(VOVWORLD) -ສັນທະປະປາ Francis ຮຽກຮ້ອງໃຫ້ ອິດສະຣາແອັນ ແລະ ປາແລັດສະຕິນ ເຂົ້າຮ່ວມການເຈລະຈາເພື່ອຊອກຫາມາດຕະການສັນຕິພາບໃຫ້ແກ່ການປະທະກັນທີ່ແກ່ຍາວໃນຫຼາຍທົດສະວັດຜ່ານມາ.
ສັນທະປະປາ Francis (ພາບ: Reuters) |
ວັນທີ 29 ມັງກອນ, ສັນທະປະປາ Francis ຮຽກຮ້ອງໃຫ້ ອິດສະຣາແອັນ ແລະ ປາແລັດສະຕິນ ເຂົ້າຮ່ວມການເຈລະຈາເພື່ອຊອກຫາມາດຕະການສັນຕິພາບໃຫ້ແກ່ການປະທະກັນທີ່ແກ່ຍາວໃນຫຼາຍທົດສະວັດຜ່ານມາ; ພ້ອມທັງກ່າວປະນາມທຸກການກະທຳໃຊ້ຄວາມຮຸນແຮງຕໍ່ກັນຢູ່ເຂດດິນແດນແຫ່ງຄວາມສັກສິດ Jerusalem. ສັນທະປະປະ Francis ກໍຮຽກຮ້ອງໃຫ້ປະຊາຄົມສາກົນຊອກຫາທິດກ້າວເດີນໃນທັນທີ, ນັ້ນແມ່ນການເຈລະຈາຢ່າງແທ້ຈິງເພື່ອຊອກຫາສັນຕິພາບລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕິນ.