ສິ້ນສຸດການເຈລະຈາສັນຍາການຄ້າເສລີຫວຽດນາມພັນທະມິດພາສີລັດເຊຍ-ເບລາຮູດ-ກາຢັກສຖານ
ພິທີລົງນາມໃນຖະແຫຼງການຮ່ວມ ສິ້ນສຸດການເຈລະຈາສັນຍາການຄ້າເສລີ
ຫວຽດນາມ-ສຳພັນທະມິດພາສີລັດເຊຍ-ເບລາຮູດ-ກາຢັກສຖານ
(ພາບ: VGP/Nhật Bắc)
(vovworld) - ຕອນເຊົ້າວັນທີ 15/12. ຢູ່ແຂວງຕ່ຽນຢາງ. ພາຍໃຕ້ການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ, ທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳການຄ້າຫວຽດນາມ ຫວູຮູຍຮ່ວາງ ແລະ ທ່ານລັດຖະມົນຕີວ່າການກະຊວງການຄ້າຄະນະກຳມະການເສດຖະກິດອາຊີ - ເອີລົບ Andrei Slepnhev, ຫົວໜ້າຄະນະເຈລະຈາຝ່າຍສຳພັນທະມິດພາສີ ໄດ້ລົງນາມໃນຖະແຫຼງການຮ່ວມ ສິ້ນສຸດການເຈລະຈາສັນຍາການຄ້າເສລີຫວຽດນາມ-ສຳພັນທະມິດພາສີລັດເຊຍ-ເບລາຮູດ-ກາຢັກສຖານ. ຕາມນັ້ນແລ້ວ, ຝ່າຍສຳພັນທະມິດພາສີສະຫງວນໃຫ້ຫວຽດນາມ ບຸລິມາສິດພາສີ, ສ້າງເງື່ອນໄຂໃຫ້ແກ່ການສົ່ງອອກໃໝ່ທີ່ສຳຄັນໃຫ້ແກ່ໝວດສິນຄ້າຫວຽດນາມເຊັ່ນ: ຜະລິດຕະພັນກະເສດ, ສິນໃນນຳ້ ແລະ ສິນຄ້າອຸດສາຫະກຳເຊັ່ນ: ເຄື່ອງຕຳ່ແຜ່ນ, ຕັດຫຍິບ, ເກີບໜັງ, ເຄື່ອງເຟີນີເຈີ. ສ່ວນຝ່າຍຫວຽດນາມ ເຫັນດີເປີດປະຕູຕະຫຼາດໃຫ້ແກ່ ສຳພັນທະມິດພາສີ ສົ່ງອອກຜະລິດຕະພັນສັດລ້ຽງ, ຜະລິດຕະພັນອຸດສາຫະກຳບາງປະເພດເຂົ້າຫວຽດນາມ. ສິນຄ້າເຫຼົ່ານັ້ນລ້ວນແຕ່ບໍ່ແກ່ງແຍ້ງກັບສິນຄ້າຫວຽດນາມ, ຫາກຍັງປະກອບສ່ວນເຮັດໃຫ້ຕະຫຼາດໃຊ້ສອຍພາຍໃນປະເທດມີຫຼາຍຮູບຫຼາຍແບບກວ່າ.
ໃນວັນດຽວກັນ, ຢູ່ແຂວງກຽນຢາງ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີວ່າການກະຊວງການຄ້າຄະນະກຳມະການເສດຖະກິດອາຊີ - ເອີລົບ Andrei Slepnhev, ຫົວໜ້າຄະນະເຈລະຈາສັນຍາການຄ້າເສລີ (FTA) ລະຫວ່າງ ຫວຽດນາມ ສຳພັນທະມິດພາສີລັດເຊຍ-ເບລາຮູດ-ກາຢັກສຖານ ກັບ ຫວຽດນາມ. ທ່ານນາຍົກລັດຖະມົນຕີສະເໜີທັງສອງຝ່າຍຕັ້ງໜ້າປັບປຸງບັນດາວຽກງານທີ່ຍັງເຫຼືອ, ສຳເລັດບັນດາລະບຽບການພາຍໃນໂດຍໄວ ເພື່ອລົງນາມ ໃນສັນຍາໃນຕົ້ນປີ 2015. ທ່ານນາຍົກລັດຖະມົນຕີເຊື່ອໝັ້ນວ່າ, ພ້ອມກັບການພົວພັນດ້ານການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ສັນຍານີ້ຍັງແມ່ນເງື່ອນໄຂເພື່ອໃຫ້ຫວຽດນາມ ແລະ ສຳພັນທະມີດພາສີເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ… ພ້ອມທັງເປີດກວ້າງການຮ່ວມມື ແລະ ຕະຫຼາດໃຫ້ບັນດາພື້ນຖານເສດຖະກິດສະມາຊິກຂອງສັນຍານີ້ອີກດ້ວຍ.