ສືບຕໍ່ກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 13
(vovworld)- ວັນທີ 30/5, ສືບຕໍ່ກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບສະພາບເສດຖະກິດສັງຄົມຫວຽດນາມປີ 2012 ແລະ ໃນຊຸມເດືອນຕົ້ນປີ 2013. ສສຊ ຫລາຍທ່ານເຫັນດີກັບບົດລາຍງານຂອງລັດຖະບານກ່ຽວກັບສະພາບເສດຖະກິດສັງຄົມປະຈຸບັນ. ເມື່ອທຽບໃສ່ປີ 2012, ສະພາບເສດຖະກິດມີສັນຍານດີກວ່າ. ຈຸດເດັ່ນແມ່ນຄວບຄຸມໄພເງິນເຟີ້ໄດ້ ແລະ ນີ້ແມ່ນຈຸດເວລາສະດວກເພື່ອດຳເນີນບັນດາມາດຕະການຢ່າງແຂງແຮງກວ່າ, ມຸ່ງໄປເຖິງຈຸດໝາຍໄລຍະກາງ. ບັນດາ ສສຊ ໄດ້ເຫັນດີກັບ 6 ໝວດມາດຕະການ ຊື່ງລັດຖະບານຍົກອອກ ແຕ່ຖືວ່າ ບໍ່ທັນແຂງແຮງເພື່ອຟື້ນຟູພື້ນຖານເສດຖະກິດ. ທ່ານເຈີນຢູລີກ ສສຊ ນະຄອນໂຮ່ຈິມີນ ສະເຫນີວ່າ:
“ໃນ 2,5 ປີ ທີ່ຍັງເຫລືອຂອງແຜນການ 5 ປີ ຄວນສ້າງໂຄງການຈຸດໝາຍໄລຍະກາງ ເພື່ອຟື້ນຕົວການຈະເລີນເຕີບໂຕເສດຖະກິດ ແລະ ໃນນັ້ນ ນະໂຍບາຍຫລັກແຫລ່ງແມ່ນຄາດໝາຍໄພເງິນເຟີ້, ຫັນຈາກການຄວບຄຸມໄພເງິນເຟີ້ໃນທ່າຮັບມາເປັນເຈົ້າການ ດ້ວຍລະດັບເພີ່ມຂຶ້ນຂອງ CPI ແຕ່ 6,5- 7% ໃນ 3 ປີ 2013,2014, 2015 ແລະ ຈະຫລຸດລົງໃຫ້ຕຳ່ກວ່າ 5% ໃນໄລຍະຕໍ່ໄປ. ກ່ຽວກັບນະໂຍບາຍງົບປະມານ, ສາມາດເພີ່ມ ອັດຕາລາຍຈ່າຍງົບປະມານເກີນດຸນໃຫ້ຢູ່ໃນລະດັບກວ່າ 4,8 GDP ແລະ ທະນາຄານແຫ່ງລັດຄວນໄຫວພິບກວ່າໃນນະໂຍບາຍສິນເຊື່ອ.”
ສສຊ ຫລາຍທ່ານເຫັນດີກັບບົດລາຍງານຂອງລັດຖະບານກ່ຽວກັບສະພາບເສດຖະກິດສັງຄົມປະຈຸບັນ
ພາບ:internet
|
ກ່ຽວກັບດ້ານສັງຄົມ. ເມື່ອເຕື້ອງເຖິງບັນດາຄົນງານ, ວຽກເຮັດງານທຳ, ທ່ານ ເລດັກເລີມ, ສະມາຊິກສະພາແຫ່ງຊາດແຂວງ ບິ່ງທ້ວນ, ຍົກຄຳເຫັນວ່າ.
“ຄົນງານ, ວຽກເຮັດງານທຳ ແມ່ນຄວາມເອົາໃຈໃສ່ຂອງທົ່ວສັງຄົມ, ແມ່ນໜຶ່ງໃນບັນດາຄາດໝາຍເສດຖະກິດ, ສັງຄົມສຳຄັນທີ່ມີຕໍ່ປະເທດຊາດ ແຕ່ປະຈຸບັນອັດຕາຄົນຫວ່າງງານເພີ່ມຂຶ້ນ, ການບຳລຸງສ້າງ ແລະ ການແກ້ໄຂວຽກເຮັດງານທຳຍັງເກີດບັນຫາຢູ່. ຂ້າພະເຈົ້າສະເໜີໃຫ້ລັດຖະບານຕ້ອງມີມາດຕະການແກ້ໄຂຢ່າງລະອຽດ ແລະ ບຸກທະລຸເພື່ອແກ້ໄຂບັນຫາດັ່ງກ່າວຢ່າງລະອຽດ”.
ຕອນບ່າຍວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ພ້ອມດ້ວຍບັນດາທ່ານລັດຖະມົນຕີ ອະພິປາຍກ່ຽວກັບບັນດາບັນຫາຊື່ງ ສສຊ ສົນໃຈ ນັ້ນແມ່ນອັດຕາຜູ້ທຸກຍາກ, ວຽກເຮັດງານທຳ, ອັດຕາຜູ້ວ່າງງານ, ສອນວິຊາຊີບ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່, ການກໍ່ສ້າງຊົນນະບົດໃຫມ່, ແກ້ໄຂສະພາບຫນີ້ເສຍ.
ອະພິປາຍກ່ຽວກັບຄວາມຄືບຫນ່າໃນການປະຕິບັດສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່,ທ່ານລັດຖະມົນຕີກະຊວງແຜນການ ແລະ ລົງທຶນຫວຽດນາມ ບຸ່ຍກວາງວີງ ໃຫ້ຮູ້ວ່າ:
“ປະຈຸບັນ ການເຂົ້າຮ່ວມຂອງບັນດາທ້ອງຖິ່ນ, ກະຊວງ, ຂະແຫນງການຍັງຊັກຊ້າຢູ່, ສະນັ້ນ ກະຊວງແຜນການ ແລະ ການລົງທຶນໄດ້ຍື່ນສະເຫນີຕໍ່ລັດຖະບານ ຄຳສັ່ງກ່ຽວກັບການແບ່ງວຽກງານຜັນຂະຫຍາຍແຕ່ລະຫນ້າທີ່, ແຕ່ລະແຜນຮ່າງໃຫ້ແກ່ແຕ່ລະທ້ອງຖິ່ນ, ກະຊວງ, ຂະແຫນງການເພື່ອຊຸກຍູ້ການປະຕິບັດແຜນຮ່າງດັ່ງກ່າວໃຫ້ແຂງແຮງກວ່າ.”
ກ່ຽວກັບນະໂຍບາຍສຳລັບຜູ້ທຸກຍາກ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ເວົ້າວ່າ:
“ລັດຖະບານໄດ້ປະຕິບັດຫລາຍກົນໄກນະໂຍບາຍເພື່ອຫນູນຊ່ວຍໃຫ້ແກ່ປະຊາຊົນ ແລະ ຊາວກະສິກອນ. ລັດຖະບານພວມກວດການະໂຍບາຍຄືນເພື່ອເປີດກວ້າງນະໂຍບາຍໃຫ້ແກ່ຄອບຄົວທີ່ໃກ້ຈະຖືກຈັດເຂົ້າໃນລະດັບຄອບຄົວທຸກຍາກ.