ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງກ່າວຄຳເຫັນທີ່ການພົບປະ |
(vovworld)- ວັນທີ 10/2, ຢູ່ຮ່າໂນ້ຍ, ຫ້ອງວ່າການປະທານປະເທດໄດ້ເປັນປະທານຈັດການພົບປະລະຫວ່າງຫ້ອງວ່າການສູນກາງພັກ, ຫ້ອງວ່າການປະທານປະເທດ, ຫ້ອງວ່າການລັດຖະບານ ແລະ ຫ້ອງວ່າການສະພາແຫ່ງຊາດເພື່ອແນໃສ່ແລກປ່ຽນ, ຖອດຖອນບົດຮຽນການປະຕິບັດຂໍ້ກຳນົດສົມທົບວຽກງານປີ 2016, ຜັນຂະຫຍາຍວຽກງານປີ 2017.
ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ເນັ້ນໜັກວ່າ : (ເທບ)
“ ຄວາມຮຽກຮ້ອງຕ້ອງການ ແລະ ໜ້າທີ່ຊຶ່ງໄດ້ວາງອອກໃຫ້ແກ່ 4 ຫ້ອງວ່າການແມ່ນໜັກໜ່ວງທີ່ສຸດ, ຮຽກຮ້ອງໃຫ້ບັນດາສະຫາຍຕ້ອງເສີມຂະຫຍາຍມູນເຊື້ອ, ບັນດາໝາກຜົນ ແລະ ຜົນງານທີ່ບັນລຸໄດ້, ດຳເນີນການແກ້ໄຂ, ແຈ້ງຂ່າວຢ່າງທັນການ, ສືບຕໍ່ຍົກສູງຄຸນນະພາບການຄົ້ນຄ້ວາ, ໄຈ້ແຍກ, ຄາດຄະເນ ແລະ ເປັນເສນາທິການ, ເປັນຕົ້ນແມ່ນເສນາທິການຍຸດທະສາດ. ຮັບໃຊ້ການຊີ້ນຳນຳພາຂອງພັກ ແລະ ລັດ; ເອົາໃຈໃສ່ວຽກງານກໍ່ສ້າງພັກ, ກໍ່ສ້າງອົງການສຳນັກງານ ແລະ ບັນດາອົງການຈັດຕັ້ງມະຫາຊົນໃຫ້ໝັ້ນຄົງ, ເຂັ້ມແຂງ, ເພີ່ມທະວີການພົວພັນລະຫວ່າງ 4 ຫ້ອງວ່າການກຳກັນ ແລະ ລະຫວ່າງ 4 ຫ້ອງວ່າການກັບບັນດາກະຊວງ, ຂະແໜງການຕ່າງໆເພື່ອເຮັດຫຼ້ອນໜ້າທີ່ການເມືອງຊຶ່ງໄດ້ຮັບມອບໝາຍເປັນຢ່າງດີ”