ສືບຕໍ່ຍູ້ແຮງການຮຳ່ຮຽນ ແລະ ປະຕິບັດຕາມ ແບບຢ່າງຄຸນສົມບັດປະທານໂຮ່ຈີມິນ
(ກອງປະຊຸມກ່ຽວກັບການປະຕິບັດຄຳສັ່ງ 03 ຂອງກົມການເມືອງ)
(vovworld) – ຕອນເຊົ້າວັນທີ 28/10, ຢູ່ຮ່າໂນ້ຍ, ຄະນະເລຂາສູນກາງພັກກອມມູນິດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມກັບຄະນະພັກທີ່ຂຶ້ນກັບສູນກາງ, ສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງມະຫາຊົນ, ສັງຄົມ ກ່ຽວກັບການປະຕິບັດຄຳສັ່ງ 03 ຂອງກົມການເມືອງກ່ຽວກັບການ “ສືບຕໍ່ຍູ້ແຮງການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈີມິນ“ . ທີ່ກອງປະຊຸມ, ບັນດາຜູ້ແທນສະເໜີ ມາດຕະການຕ່າງໆ ເພື່ອແນໃສ່ຍົກສູງຄຸນນະພາບການປະຕິບັດບັ້ນຂົນຂວາຍ, ໃນນັ້ນສຸມໃສ່ຊີ້ນຳໃຫ້ຄະນະພັກສົມທົບກັນປະຕິບັດຄຳສັ່ງ 03 ແລະ ບົດບາດທີ່ເປັນແບບຢ່າງຂອງພະນັກງານການນຳ. ທ່ານ ເຈິ່ນຮົ່ງຮ່າ, ຮອງເລຂາຄະນະພັກກຸ່່ມບັນດາອົງການສູນກາງ, ຖືວ່າ:
“ການນຳຄຸ້ມຄອງ, ພິເສດແມ່ນຫົວໜ້າຕ້ອງເປັນແບບຢ່າງ, ນີ້ແມ່ນບັນຫາເປັນຕາຍຂອງເລື່ອງຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈີມິນ. ດັ່ງນັ້ນຂ້າພະເຈົ້າສະເໜີກົມການເມືອງ, ຄະນະເລຂາຍູ້ແຮງການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງປະທານໂຮ່ຈີມິນໃນຄະນະບໍລິຫານງານສູນກາງ, ໃນຖັນແຖວຜູ້ນຳບັນດາກະຊວງ, ຂະແໜງການທ້ອງຖີ່ນສັງກັດສູນກາງ“.
ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານ ໂຕຮູຍເຣື໋ອ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ, ຊີ້ແຈ້ງວ່າ:
“ຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈີມິນແມ່ນວຽກງານຍາວນານ. ຂ້າພະເຈົ້າສະເໜີຕ້ອງຊາບຊືມປັດໃຈນີ້ຢ່າງເລິກເຊິ່ງ ແລະ ຍາມໃດກໍ່ຕ້ອງຕິດພັນກັບໜ້າທີ່ການເມືອງ, ຕິດພັນກັບການປະຕິບັດມະຕິທີ 4 ຂອງສູນກາງພັກ. ອີງໃສ່ແຕ່ລະແຫ່ງ, ແຕ່ລະເງື່ອນໄຂ ເພື່ອສຸມໃສ່ແກ້ໄຂຄວາມອ່ອນດ້ອຍໃຫ້ໄດ້ “.