(vovworld) – ຕອນເຊົ້າວັນທີ 25/3, ຢູ່ ຮ່າໂນ້ຍ, ຄະນະຕິດຕາມກວດກາ “ເລື່ອງປະຕິບັດນະໂຍບາຍກົດໝາຍກ່ຽວກັບການຫລຸດຜ່ອນຄວາມທຸກຍາກໄລຍະ 2005 - 2012” ຂອງສະພາແຫ່ງຊາດໄດ້ຈັດຕັ້ງກອງປະຊຸມ, ຮັບຟັງຜູ້ຕາງໜ້າລັດຖະບານລາຍງານ ອະພິປາຍຄັ້ງທີ 2 ກ່ຽວກັບບັນດາບັນຫາກ່ຽວຂ້ອງ. ບົດລາຍງານອະພິປາຍຄັ້ງທີ 2 ຂອງລັດຖະບານກ່ຽວກັບເລື່ອງປະຕິບັດນະໂຍບາຍກົດໝາຍກ່ຽວກັບການຫລຸດຜ່ອນຄວາມທຸກຍາກໄລຍະ 2005 – 2012 ໃຫ້ຮູ້ວ່າ: ຈາກແຫຼ່ງທຶນລະດົມໃຫ້ຈຸດໝາຍຫລຸດຜ່ອນຄວາມທຸກຍາກໄລຍະນີ້ແມ່ນ 864 ຕື້ດົ່ງ, ບັນດາທ້ອງຖີ່ນໄດ້ຜັນຂະຫຍາຍຫຼາຍໂຄງການ, ໂຄງລາຍການທີ່ແທດຈິງ, ຫລຸດຜ່ອນອັດຕາຄອບຄົວທຸກຍາກຈາກ 22% ໃນປີ 2005 ລົງເຫຼືອພຽງປະມານ 7,8% ໃນປີ 2013.
ກ່າວຄຳເຫັນສະຫລຸບວາລະເຮັດວຽກ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຢືນຢັນວ່າ: ຈຸດໝາຍລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ. ໂຄງການລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກຂອງ ຫວຽດນາມ ໃນຊຸມປີຜ່ານມາບັນລຸໄດ້ບັນດາຜົນງານປະທັບໃຈ ແລະ ໄດ້ຮັບການຮັບຮູ້, ຕີລາຄາສູງຈາກສາກົນ. ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ເນັ້ນໜັກວ່າ:
“ຂ້າພະເຈົ້າສະເໜີໃຫ້ຄະນະຕິດຕາມກວດກາກວດກາຈົ່ງຄືນບັນດາຄຳເຫັນອະພິປາຍຂອງບັນດາກະຊວງ, ຂະແໜງການເພື່ອປັບປຸງບົດລາຍງານຕິດຕາມກວດກາ ແລະ ຄົ້ນຄ້ວາໃຫ້ສົມບູນແບບ, ລາຍງານກ່ຽວກັບບັນດາເນື້ອໃນນີ້ຢ່າງລະອຽດຮຽບຮ້ອຍ. ຍ້ອນວ່າບັນດາໝາກຜົນໄດ້ ແລະ ບໍ່ທັນໄດ້ລ້ວນແຕ່ສົ່ງຜົນກະທົບເຖິງສັງຄົມ. ພວກເຮົາຕ້ອງປະຕິບັດສິ່ງດັ່ງກ່າວໃນຫຼາຍປີ ໃນຫຼາຍສະໄໝປະຊຸມ. ທີ 2 ແມ່ນຄະນະຕິດຕາມກວດກາຄວນມີຂໍ້ສະເໜີ ແລະ ລາຍງານຕໍ່ສະພາແຫ່ງຊາດກ່ຽວກັບຄວາມຮັບຜິດຊອບຄຸ້ມຄອງລັດ. ທີ 3 ແມ່ນວິວັດການປະຕິບັດ, ນອກຈາກຍົກສູງຄວາມຮັບຜິດຊອບຄຸ້ມຄອງຂອງບັນດາກະຊວງ, ຂະແໜງການແລ້ວ ຕ້ອງເຫັນໄດ້ຄວາມຮັບຜິດຊອບຂອງບັນດາທ້ອງຖີ່ນ.”