ສືບຕໍ່ບັ້ນຮົບທວງເອົາຄວາມຍຸຕິທຳໃຫ້ແກ່ຜູ້ປະສົບເຄາະຮ້າຍຈາດທາດພິດສີສົ້ມ/ດີໂອຊີນ
ທ່ານພົນໂທ ຫງວຽນວັນຣິງ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ
(ພາບປະກອບຈາກ dangcongsan.vn)
(vovworld) – ໃນຕະຫຼອດ 10 ປີຜ່ານມາ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ ຍາມໃດກໍ່ຕັ້ງໜ້າຢືດໝັ້ນ, ຮ່ວມເດີນທາງພ້ອມກັບບັນດາຜູ້ປະສົບເຄາະຮ້າຍໃນການຕໍ່ສູ້ທວງເອົາຄວາມຍຸຕິທຳ. ວິວັດການຊອກຫາຄວາມຍຸຕິທຳໃຫ້ບັນດາຜູ້ປະສົບເຄາະຮ້າຍຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ສະມາຄົມຈະພະຍາຍາມຢ່າງສຸດຈິດສຸດໃຈ, ຕໍ່ສູ້ດ້ວຍຫຼາຍຮູບການ. ທ່ານພົນໂທ ຫງວຽນວັນຣິງ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ ຢັ້ງຢືນຄືແນວນັ້ນ ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງສະມາຄົມຜູ້ປະສົບເຄາະຮ້າຍຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ (10/1/2004 – 10/1/2014).
ຕາມພົນໂທ ຫງວຽນວັນຣິງ ແລ້ວ, 10 ປີຜ່ານມາ, ເຖິງວ່າການຕໍ່ສູ້ຍັງບໍ່ທັນຍາດໄດ້ໄຊຊະນະສຸດທ້າຍ ແຕ່ບັນລຸໝາກຜົນໃນເບື້ອງຕົ້ນ. ນັ້ນແມ່ນການສະໜັບສະໜູນ, ຄວາມເຫັນດີເຫັນພ້ອມຂອງປະຊາຊົນທັງພາຍໃນ ແລະ ຕ່າງປະເທດ, ພິເສດແມ່ນປະຊາຊົນ ອາເມລິກາ. ທ່ານພົນໂທ ຫງວຽນວັນຣິງ ເວົ້າວ່າ:
“ພວກເຮົາອາດສາມາດຟ້ອງຮ້ອງບັນດາບໍລິສັດເຄມີ ອາເມລິກາ ໃນປະເທດ ອາເມລິກາ ຫຼືວ່າຟ້ອງຮ້ອງຢູ່ປະເທດທີ 3 ຖ້າຫາກກົດໝາຍຂອງປະເທດນັ້ນອະນຸຍາດ. ທີ 2 ແມ່ນ ພວກຂ້າພະເຈົ້າໄດ້ຂົນຂວາຍລັດຖະບານ ອາເມລິກາ, ປະຊາຊົນ ອາເມລິກາ ໜູນຊ່ວຍມະນຸດສະທຳໃຫ້ບັນດາຜູ້ປະສົບເຄາະຮ້າຍ. ທີ 3 ແມ່ນ ຂົນຂວາຍ ສະພາແຫ່ງຊາດ ອາເມລິກາ ໜູນຊ່ວຍໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ດ້ວຍວິທີວາງຮ່າງກົດໝາຍໜູນຊ່ວຍໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ. ການຕໍ່ສູ້ທວງເອົາຄວາມຍຸຕິທຳຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງແຕ່ພວກຂ້າພະເຈົ້າເຊື່ອໝັ້ນວ່າຄວາມເປັນທຳຈະໄຊຊະນະ”
ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ, ຢູ່ບັນດາແຂວງ, ນະຄອນ ໃນທົ່ວປະເທດມີການເຄື່ອນໄຫວແທດຈິງຕ່າງໆຄື: ເອົາໃຈໃສ່, ໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຜ່ານຜ່າຄວາມຫຍຸ້ງຍາກ, ສ້າງຊີວິດເປັນປົກກະຕິ, ເຊື່ອມຕົວເຂົ້າກັບປະຊາຄົມ.
ສະມາຄົມຜູ້ປະສົບເຄາະຮ້າຍຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ນະຄອນ ເກີນເທີ ພວມຍຸ້ແຮງວຽກງານບຳລຸງສ້າງວິຊາຊີບ ແລະ ຈັດແບ່ງວຽກເຮັດງານທຳໃຫ້ບັນດາຜູ້ປະສົບເຄາະຮ້າຍທີ່ມີຄວາມສາມາດອອກແຮງງານໄດ້, ສ້າງຖັນແຖວພະນັກງານ, ນັກອາສາສະໝັກມີຄວາມສຸດຈິດສຸດໃຈເພື່ອເບິ່ງແຍງດູແລຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມທີ່ບໍ່ສາມາດກຸ້ມຕົນເອງໄດ້.