ສືບຕໍ່ປ່ຽນແປງໃໝ່ການເຄື່ອນໄຫວຂອງອົງການໄອຍະການຕອບສະໜອງຄວາມຮຽກຮ້ອງຕ້ອງການສ້າງແລະປັບປຸງລັດແຫ່ງກົດໝາຍໃຫ້ສົມບູນແບບ

(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ອົງການໄອຍະການ ສືບຕໍ່ປ່ຽນແປງໃໝ່ການເຄື່ອນໄຫວ ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການປະຕິຮູບດ້ານຕຸລາການ
ສືບຕໍ່ປ່ຽນແປງໃໝ່ການເຄື່ອນໄຫວຂອງອົງການໄອຍະການຕອບສະໜອງຄວາມຮຽກຮ້ອງຕ້ອງການສ້າງແລະປັບປຸງລັດແຫ່ງກົດໝາຍໃຫ້ສົມບູນແບບ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການເຮັດວຽກ
(ພາບ: TTXVN)

ຕອນເຊົ້າວັນທີ 06 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ຫົວໜ້າຄະນະຊີ້ນຳການສ້າງແຜນຮ່າງ “ຍຸດທະສາດການສ້າງ ແລະ ປັບປຸງລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບຮອດປີ 2030, ກຳນົດທິດຮອດປີ 2045”, ເຮັດວຽກກັບຄະນະຮັບຜິດຊອບວຽກງານພັກອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບເນື້ອໃນຂອງແຜນຮ່າງ.

        ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ອົງການໄອຍະການ ສືບຕໍ່ປ່ຽນແປງໃໝ່ການເຄື່ອນໄຫວ ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການປະຕິຮູບດ້ານຕຸລາການ ກໍຄືການສ້າງ ແລະ ປັບປຸງລັດແຫ່ງກົດໝາຍສັງຄົມນິຍົມໃຫ້ສົມບູນແບບ. ທ່ານປະທານປະເທດ ກໍຮຽກຮ້ອງໃຫ້ສືບຕໍ່ຄົ້ນຄວ້າຢ່າງລະອຽດ, ແໜ້ນແຟ້ນບາງບັນຫາໃຫຍ່ ກ່ຽວຂ້ອງເຖິງພາລະໜ້າທີ່, ສິດອຳນາດໃນກົງຈັກລັດ ເຊິ່ງໄດ້ກຳນົດໃນລັດຖະທຳມະນູນ, ບັນດາບັນຫາກ່ຽວຂ້ອງເຖິງການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການໄອຍະການປະຊາຊົນ ທີ່ຍັງມີຄວາມເຫັນແຕກຕ່າງກັນ, ຊັ່ງຊາວິທີການຄັດເລືອກເພື່ອໃຫ້ຄະນະຊີ້ນຳສືບຕໍ່ປຶກສາຫາລື, ພິຈາລະນາ.

ຕອບກັບ

ຂ່າວ/ບົດ​ອື່ນ