ສືບ​ຕໍ່​ປ່ຽນ​ແປງ​ໃໝ່, ຍົກ​ສູ​ງ​ຄຸນ​ນະ​ພາບ, ປະ​ສິ​ດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ​ຂອງ​ສະ​ພາ​ແຫ່ງ​ຊາດ

(VOVWORLD) -   ຕອນບ່າຍວັນທີ 13 ເມສາ, ຢູ່ ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ເປັນປະທານການເຮັດວຽກກັບຄະນະຊີ້ນຳການສ້າງແຜນຮ່າງ “ສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ”.
ສືບ​ຕໍ່​ປ່ຽນ​ແປງ​ໃໝ່, ຍົກ​ສູ​ງ​ຄຸນ​ນະ​ພາບ, ປະ​ສິ​ດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ​ຂອງ​ສະ​ພາ​ແຫ່ງ​ຊາດ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ເນັ້ນໜັກວ່າ ການປ່ຽນແປງໃໝ່ການເຄື່ອນໄຫວຕິດຕາມກວດກາມີຢູ່ 2 ປັດໄຈ ຄື: ປ່ຽນແປງໃໝ່ຂໍ້ກຳນົດກົດໝາຍ ແລະ ປ່ຽນແປງໃໝ່ໃນວິທີຈັດຕັ້ງປະຕິບັດ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ກໍໃສ່ໃຈເຖິງການສຳຫຼວດກວດກາ, ຕີລາຄາປະເມີນຂໍ້ກຳນົດຕ່າງໆຂອງກົດໝາຍທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ສະພາຊົນເຜົ່າ, ບັນດາກຳມາທິການຂອງສະພາແຫ່ງຊາດ, ຄະນະສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ. ບົນພື້ນຖານນັ້ນ, ແມ່ນຂຶ້ນກັບລະດັບຄວາມລະອຽດ ເພື່ອສະເໜີປັບປຸງກົດໝາຍທີ່ກ່ຽວຂ້ອງໃຫ້ສອດຄ່ອງ ຫຼື ມີບັນດາບັນຫາສາມາດດັດປັບໄດ້ໃນທັນທີໃນວິທີການຈັດຕັ້ງປະຕິບັດການເຄື່ອນໄຫວຕິດຕາມກວດກາ.

ຕອບກັບ

ຂ່າວ/ບົດ​ອື່ນ