ສືບຕໍ່ປ່ຽນໃໝ່ວຽກງານແຂ່ງຂັນ,ຍ້ອງຍໍ
(ກອງປະຊຸມໂດຍກົງຜ່ານເຄືອຂ່າຍອີນເຕີແນດ
ກ່ຽວກັບການສືບຕໍ່ປ່ຽນໃໝ່ວຽກງານແຂ່ງຂັນ, ຍ້ອງຍໍ)
(vovworld) – ຕອນເຊົ້າວັນທີ 08/07, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມໂດຍກົງຜ່ານເຄືອຂ່າຍອີນເຕີແນັດທົ່ວປະເທດ ເພື່ອຜັນຂະຫຍາຍຄຳສັ່ງເລກທີ 34 ຂອງກົມການເມືອງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 11 “ກ່ຽວກັບການສືບຕໍ່ປ່ຽນໃໝ່ວຽກງານແຂ່ງຂັນ, ຍ້ອງຍໍ”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີວ່າ: ອົງຄະນະພັກທຸກຂັ້ນ, ຜູ້ນຳບັນດາອົງການ, ຫົວໜ່ວຍຕ້ອງຊີ້ນຳ ແລະ ຮັບຜິດຊອບໂດຍກົງກ່ຽວກັບຄຸນນະພາບ, ປະສິດທິຜົນວຽກງານແຂ່ງຂັນ, ຍ້ອງຍໍ, ແຕ່ລະໜ່ວຍພັກ, ສະມາຊິກພັກ ຕ້ອງເສີມຂະຫຍາຍບົດບາດນຳໜ້າ, ເປັນແບບຢ່າງ ແລະ ເປັນແກ່ນສານໃນບັນດາຂະບວນການແຂ່ງຂັນຂັ້ນຮາກຖານ, ຕິດພັນກັບການ “ຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ”… ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ.
“ຂ້າພະເຈົ້າສະເໜີໃຫ້ບັນດາການນຳຫຼັກແຫຼ່ງ ຕ້ອງມີຄວາມຮັບຮູ້ຢ່າງພຽງພໍເລິກເຊິ່ງກ່ຽວກັບຈຸດປະສົງ, ຄວາມໝາຍ, ເນື້ອໃນຂອງຄຳສັ່ງເລກທີ 34. ບັນດາຄະນະພັກແຂວງ, ນະຄອນ, ຄະນະກຳມະການພັກ ຕ້ອງມີວີທີເຮັດຢ່າງເໝາະສົມຢູ່ທ້ອງຖິ່ນ. ໄປຄຽງຄູ່ກັນນັ້ນຕ້ອງແບ່ງຄວາມຮັບຜິດຊອບໜ້າທີ່, ຊີ້ນຳລະອຽດໂດຍກົງ, ແທດຈິງ ແລະ ຍູ້ແຮງການໂຄສະນາບັນດາຂະບວນການແຂ່ງຂັນຮັກຊາດ ດ້ວຍຈຸດສຸມແມ່ນຂະບວນການທົ່ວປະເທດຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່, ທົ່ວປະເທດມຸ່ງໄປສູ່ທະເລ, ໝູ່ເກາະປົກປັກຮັກສາອະທິປະໄຕປະເທດຊາດ”.