ສືບຕໍ່ປ່ຽນໃໝ່ເນື້ອໃນ ແລະ ແບບວິທີໃນວຽກງານໂຄສະນາສຶກສາ

ສືບຕໍ່ປ່ຽນໃໝ່ເນື້ອໃນ ແລະ ແບບວິທີໃນວຽກງານໂຄສະນາສຶກສາ - ảnh 1
(ທ່ານ​ ​ເລ​ຮົ່ງ​ແອ​ງ ກ່າວຄຳເຫັນ
ທີ່​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ໂຄສະນາ​ສຶກສາ​ປີ 2015)

(vovworld) - ທີ່​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ໂຄສະນາ​ສຶກສາ​ປີ 2015, ​ເຊິ່ງດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 29/12, ຢູ່​ ຮ່າ​ໂນ້ຍ, ທ່ານ​ ​ເລ​ຮົ່ງ​ແອ​ງ, ຜູ້​ປະຈຳການຄະນະ​ເລຂາທິການ​ສູນ​ກາງ​ພັກ​ກອມ​ມູນິດ​ ຫວຽດນາມ​ໄດ້​ເນັ້ນ​ໜັກວ່າ, ສື​ບຕໍ່​ປ່ຽນ​ໃໝ່​ເນື້ອ​ໃນ ​ແລະ ​ແບບ​ວິທີ​ໃນ​ວຽກ​ງານ​​ໂຄສະນາ​ສຶກສາ. ປີ 2015, ຂະ​ແໜງ​ໂຄສະນາ​ສຶກສາຍາ​ມ​ໃດ​ກໍ່​ໃກ້ຊິດຕິດ​ແທດ​ກັບ​ຄວາມ​ຮຽກຮ້ອງ ​ແລະ ໜ້າ​ທີ່​ການ​ເມືອງ, ກຳ​ແໜ້ນ ​ແລະ ຄາດ​ຄະ​ເນ​ສະພາບ​ແນວ​ຄິດ, ຫາງ​ສຽງ​ສັງຄົມ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ​ຢ່າງ​ຄົບ​ຊຸດ ​ແລະ ຮອບດ້ານ, ປະກອບສ່ວນ​ສ້າງ​ຄວາມ​ສາມັກຄີ, ​ເປັນ​ເອກະ​ພາບ​ໃນ​ພັກ, ປຸກລະດົມ​ກຳລັງ​ໃຈ​ພະນັກງານ, ສະມາຊິກ​ພັກ, ປະຊາຊົນ, ສູ້​ຊົນ​ປະຕິບັດ​ໜ້າ​ທີ່​ຢ່າງ​ມີ​ໄຊ. ຄະນະ​ໂຄສະນາ​ສຶກສາ​ໄດ້​ໂຄສະນາກ່ຽວ​ກັບ​ທີ່​ຕັ້ງ, ບົດບາດ, ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ທະ​ເລ, ໝູ່​ເກາະ, ພື້ນຖານ​ນິຕິ​ກຳ ​ແລະ ຫຼັກ​ຖານ​ປະຫວັດສາດເຖິງ​ບັນດາ​ພະນັກງານ, ສະມາຊິກ​ພັກ, ປະຊາຊົນ​ຢ່າງ​ທັນ​ການ ​ແລະ ​ເປັນ​ປະຈຳ​ ເພື່ອ​ຢັ້ງຢືນ​ສອງ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ​ແມ່ນ​ຂຶ້ນ​ກັບ​ອະທິປະ​ໄຕ​ຂອງ ​ຫວຽດນາມ; ຖື​ການ​​ໂຄສະນາ​ກ່ຽວ​ກັບ​ແນວທາງ​ການ​ຕ່າງປະ​ເທດ​ຢ່າງ​ຖືກຕ້ອງ​ຂອງ​ພັກ, ລັດອອກ​ຕ່າງປະ​ເທດ​ເປັນ​ສຳຄັນ. ກ່ຽວ​ກັບ​ໜ້າ​ທີ່​ປີ 2016, ທ່ານ ​ເລ​ຮົ່ງ​ແອ​ງ ​ເນັ້ນ​ໜັກ​ວ່າ:

        “ສືບ​ຕໍ່​ປ່ຽນ​ໃໝ່​ເນື້ອ​ໃນ ​ແລະ ​ແບບ​ວິທີ​ປະຕິບັດ​ວຽກ​ງານ​ໂຄສະນາ​ສຶກສາກ​ວ່າ​ອີກ. ຍູ້​ແຮງ​ວຽກ​ງານ​ສື່ສານ, ​ໂຄສະນາ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ໂຄສະນາ​ໂດຍ​ກົງ, ​ເພີ່ມ​ທະວີ​ການ​​ເຈລະຈາ; ຄົ້ນ​ຄ້ວາ,​ ສະ​ເໜີ​ບັນດາ​ມາດ​ຕະການ​ທີ່​ມີ​ປະສິດທິ​ຜົນ, ສະກັດ​ກັ້ນ, ​ເຮັດ​ໃຫ້​ບັນດາ​ຂໍ້​ມູນ​ບໍ່​ດີ​ໃນ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດບໍ່​ມີ​ຜົນ​ສັກສິດ; ຜັນ​ຂະຫຍາຍ​ແຜນ​ຮ່າງ​ແຜນ​ກຳນົດ,​ ພັດທະນາ, ຄຸ້ມ​ຄອງ​ສື່​ມວນ​ຊົນ​ເຖິງ​ປີ 2025 ​ຢ່າງ​ມີ​ປະສິດທິ​ຜົນ. ບັນດາ​ອົງການ​ຊີ້​ນຳ, ຄຸ້ມ​ຄອງ​ອົງການ​ສື່​ມວນ​ຊົນ​ຄວນ​ເປັນ​ເຈົ້າ​ການ​ກຳ​ແໜ້ນ, ​ໄຈ້​ແຍກ​ສະຖານະ​ການ, ບັນຫາ​ເຫດການ​ເພື່ອ​ກຳນົດ​ຫາງ​ສຽງ​ສັງ​ຄົມ, ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ຂອງ​ປະ​ເທດ“.

ຂ່າວ/ບົດ​ອື່ນ