ສືບຕໍ່ສ້າງຄວາມສາມັກຄີ,ເຕົ້າໂຮມຊາວຫນຸ່ມ
ທ່ານ ຮອງນາຍົກລັດຖະມົນຕີຫງວຽນທ້ຽນເຍີນ ທີ່ການເຮັດວຽກ
ພາບ:internet
|
(vovworld)- ຕອນບ່າຍວັນທີ 1/10, ກ່າວຄຳເຫັນທີ່ການເຮັດວຽກກັບຄະນະເລຂາສູນກາງຄະນະຊາວຫນຸ່ມກອມມູນິດ ຫວຽດນາມ ກ່ຽວກັບສະພາບການຊາວຫນຸ່ມ, ໝາກຜົນຈຳນວນຫນື່ງໃນວຽກງານຄະນະຊາວຫນຸມ ແລະ ຂະບວນການຊາວຫນຸ່ມເຍົາວະຊົນ ໃນ 9 ເດືອນຕົ້ນປີ 2013, ວຽກງານສົມທົບການເຄື່ອນໄຫວກັບແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການການເມືອງສັງຄົມ, ທ່ານ ຫງວຽນທ້ຽນເຍີນ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ສະເຫນີບັນດາຫົວຫນ່ວຍທີ່ກ່ຽວຂ້ອງ ກະກຽມບັນດາເນື້ອໃນວຽກງານຕ້ອງສຸມໃສ່ຜັນຂະຫຍາຍໃນປີ 2014, ໃນນັ້ນ ມີກົດລະບຽບການສົມທົບລະຫວ່າງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ສູນກາງຄະນະຊາວຫນຸ່ມກອມມູນິດໂຮ່ຈີມີນ ກ່ຽວກັບວຽກງານສ້າງຄວາມສາມັກຄີ, ເຕົ້າໂຮມຊາວຫນຸ່ມ, ເພີ່ມທະວີການເຄື່ອນໄຫວຕິດຕາມກວດກາຫົວເລື່ອງສະເພາະກ່ຽວກັບການປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ. ສຳລັບການຕິດຕາມກວດກາການປະຕິບັດນະໂຍບາຍທີ່ມີຕໍ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຖືວ່າ: ຜ່ານການຕິດຕາມກວດກາ, ຕ້ອງສະເຫນີບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດນະໂຍບາຍທີ່ມີຕໍ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃນໄລຍະຈະມາເຖິງໃຫ້ດີກວ່າເກົ່າ.