ສືບຕໍ່ສ້າງຍຸດທະສາດຮ່ວມມືດ້ານເສດຖະກິດ ຫວຽດນາມ - ລາວ


ສືບຕໍ່ສ້າງຍຸດທະສາດຮ່ວມມືດ້ານເສດຖະກິດ ຫວຽດນາມ - ລາວ - ảnh 1
ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕີນ​ຢຸງ ເຮັດວຽກຢູ່ແຂວງຊຽງຂວາງແຫ່ງ ສ.ປ.ປ.ລາວ

(vovworld) - ​ວັນ​ທີ 13/03, ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ສປປ ລາວ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ, ຢູ່​ແຂວງ ຊຽງ​ຂວາງ, ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕີນ​ຢຸງ ພ້ອມ​ກັບ​ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ​ໄດ້​ເປັນ​ປະທານ​ຮ່ວມກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ​ເຂົ້າບັນດາ​ແຂວງ​ພາກ​ເໜືອ​ຂອງ​ລາວ. ທີ່​ກອງ​ປະຊຸມ,ທ່ານ​ນາຍົກລັດຖະມົນຕີຫວຽດນາມ​ ຫງວຽນ​ເຕີ້​ນຢຸ້ງ ຢືນຢັນ​ວ່າ :

   “ ​ໃນ​ໄລຍະ​ທີ່ຜ່ານ​ມາ, ​ໂດຍ​ມີ​ຄວາມ​ເອົາ​ໃຈ​ໃສ່, ສົ່ງ​ເສີມ​ຂອງ 2 ລັດຖະບານ ​ແລະ ຄວາມ​ເປັນ​ເຈົ້າ​ການ​ຂອງ​ວິ​ສາ​ຫະກິດ, ການ​ລົງທຶນ​ຂອງ​ວິ​ສາ​ຫະກິດ​ຫວຽດນາມ​ຢູ່​ລາວ ​ໄດ້​ບັນລຸ​ປະມານ 4,5 ຕື້ USD , ກວມ​ເອົາ​ອັດຕາ​ສ່ວນ​ສູງ​ສຸດ​ໃນ​ຍອດ​ຈຳນວນ​ເງິນລົງທຶນອອກສູ່ຕ່າງປະເທດຂອງຫວຽດນາມ. ເຖິງຢ່າງນັ້ນ ກໍຕາມ, ພວກຂ້າພະເຈົ້າເຫັນວ່າ ຍັງບໍ່ທັນແທດເໝາະກັບ​ຄວາມ​ສາມາດ​ບົມຊ້ອນ ​ແລະ ຄວາມ​ຫວັງ​ຂອງທັງ 2 ຝ່າຍ. ​ເພາະສະ​ນັ້ນ, ຈຳ​ເປັນ​ທີ່​ສຸດ​ທີ່​ຕ້ອງ​ຍູ້​ແຮງ​ກ່ວາ​ອີກ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ ​ເພື່ອ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຢ່າງ​ແທດ​ຈິງ​ໃຫ້​ທັງ 2 ຝ່າຍ, ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ທັງ 2 ປະ​ເທດ ” 

 ນາຍົກລັດຖະມົນຕີ 2 ທ່ານ ໄດ້​ເຫັນ​ດີ​ນຳ​ກັນ​ໂດ​ຍຖື​ວ່າ ຄວນ​ສືບ​ຕໍ່​ສ້າງ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຫວຽດນາມ - ລາວ ​ໄລຍະ 10 ປີ, ​ໃນ​ນັ້ນ ສືບ​ຕໍ່​ກຳນົດ​ລະດັບ, ຂົງ​ເຂດ​ໃຫ້​ບຸລິມະສິດ ​ແລະ ​ໂຄງການ​ຢ່າງ​ລະອຽດ. ການ​ຮ່ວມ​ມື​ດ້ານ​​ເສດຖະກິດ​​ໃຫ້ສົມ​ກັບ​ການ​ພົວພັນ​ດ້ານ​ການ​ເມືອງ, ການຕ່າງ​ປະ​ເທດ ​ແລະ ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ຫວຽດນາມ - ລາວ. ຕາມ​ນາ​ຍົກລັດຖະມົນຕີ 2 ທ່ານ​ແລ້ວ, ​ການໃຫ້​ບຸລິມະສິດ​​ແກ່ການລົງທຶນ​ເຂົ້າ​ພາກ​ເໜືອ​ຂອງ​ລາວ ​ແມ່ນ​ຈຳ​ເປັນ​ທີ່​ສຸດ ​ໃນ​ນັ້ນ​ຄວນໃຫ້​ບຸລິມະສິດ​​ແກ່​ການລົງທຶນ​ຢູ່ແຂວງ ຊຽງ​ຂວາງ ​ແລະ ຫົວພັນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ເຫັນ​ດີ​​ເປັນ​ດອກະພາບກັບ​ຂໍ້​ສະ​ເໜີ​ເປີດ​ເສັ້ນທາງ​ຄົມມະນາຄົມ​ເຊື່ອມ​ຕໍ່​ແຂວງ​ຊຽງ​ຂວາງ (ລາວ) ກັບ​ແຂວງ​ແທງ​ຮ໋ວາ (ຫວຽດນາມ).

   ທ່ານ​ນາຍົກລັດຖະມົນຕີຫວຽດນາມ​ ຫງວຽນ​ເຕີ້​ນຢຸ້ງ ຍັງ​ເປັນ​ສັກຂີ​ພິຍານ​ພິທີ​ມອບ​ໜັງສື​ອະນຸຍາດ​ລົງທຶນ​ຂອງ​ລັດຖະບານ​ລາວ​ໃຫ້​ແກ່​ບັນດາ​ໂຄງການ​ລົງທຶນ​ຂອງ​ວິ​ສາ​ຫະກິດ​ຫວຽດນາມ​ຢູ່​ຊຽງ​ຂວາງ; ​ໃຫ້ການ​ຕ້ອນຮັບ​ການ​ນຳ​ບໍລິສັດ​ໃຫຍ່​ຮ່ວມ​ມື​ຫວຽດ-ລາວ ​ແລະ ຕ້ອນຮັບ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​​ແຂວງ​ຊຽງ​ຂວາງ.


ຂ່າວ/ບົດ​ອື່ນ