ສືບຕໍ່ເກີດການປະທະກັນຢູ່ເມືອງມົງກົກ,ຮົງກົງ(ປະເທດຈີນ)
ຜູ້ແຫ່ຂະບວນປະທ້ວງເຕົ້າໂຮມຢູ່ Mong Kok ໃນວັນທີ 17/10
(ພາບ: AFP/ TTXVN)
(vovworld) – ຕອນເຊົ້າວັນທີ 19/10, ບັນດາການປະທະກັນສືບຕໍເກີດຂຶ້ນລະຫວ່າງຜູ້ແຫ່ຂະບວນປະທ້ວງ ແລະ ກຳລັງຕຳຫຼວດຢູ່ເມືອງ ມົງກົກ (Mongkok), ເຊິ່ງແມ່ນໜຶ່ງໃນບັນດາສະຖານທີ່ແຫ່ຂະບວນປະທ້ວງຕົ້ນຕໍຂອງຂະບວນການ “ຢືດຄອງໃຈກາງ” ຢູ່ເຂດບໍລິຫານພິເສດ ຮົງກົງ. ການປະທະກັນໄດ້ເກີດຂຶ້ນພາຍຫຼັງປະກົດມີຄຳຮຽກຮ້ອງໃນ ອີນເຕີເນັດກ່ຽວກັບເລື່ອງ “ຢືດຄອງຖະໜົນ Argyle ແລະ ຖະໜົນ Nathan ເມື່ອກາງຄືນວັນທີ 18/10”, ເຮັດໃຫ້ຕຳຫຼວດຕ້ານການຈາລະຈົນນັບສິບຄົນຖືກສົ່ງເຖິງເຂດນີ້. ຕາມອຳນາດການປົກຄອງເຂດບໍລິຫານພິເສດນີ້ແລ້ວ, ມີປະມານ 20 ຄົນຖືກຮັບບາດເຈັບໃນການປະທະກັນຄັ້ງນີ້.