ສັບປະດາກິດຈະກຳສີຂຽວຊຸກຍູ້ການໂອ້ລົມສົນທະນາ ແລະ ຮ່ວມມືຫຼາຍແງ່ມູມ

(VOVWORLD) -ສັບປະດາດັ່ງກ່າວຈະແມ່ນເວທີປາໄສເປີດ ຊຸກຍູ້ການເຈລະຈາ, ເຊື່ອມຕໍ່ການຮ່ວມມືຫຼາຍແງ່ມູມ ດ້ວຍການເຂົ້າຮ່ວມຂອງຜູ້ແທນກວ່າ 1.200 ທ່ານທີ່ມາຈາກບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ
ສັບປະດາກິດຈະກຳສີຂຽວຊຸກຍູ້ການໂອ້ລົມສົນທະນາ ແລະ ຮ່ວມມືຫຼາຍແງ່ມູມ - ảnh 1(ພາບປະກອບ: bnews.vn)

        ສັບປະດາກິດຈະກຳສີຂຽວ ຫວຽດນາມ 2022 ຈະດຳເນີນຢູ່ນະຄອນ ໂຮ່ຈີມິນ ໃນລະຫວ່າງວັນທີ 13 – 14 ຕຸລາ 2022. ດ້ວຍຫົວຂໍ້ “ຊຸກຍູ້ກິດຈະກຳສີຂຽວ: ມຸ່ງໄປເຖິງການຫັນຄຳໝັ້ນສັນຍາຂອງ ຫວຽດນາມ ທີ່ COP 26 ໃຫ້ປະກົດຜົນເປັນຈິງ”, ສັບປະດາດັ່ງກ່າວຈະແມ່ນເວທີປາໄສເປີດ ຊຸກຍູ້ການເຈລະຈາ, ເຊື່ອມຕໍ່ການຮ່ວມມືຫຼາຍແງ່ມູມ ດ້ວຍການເຂົ້າຮ່ວມຂອງຜູ້ແທນກວ່າ 1.200 ທ່ານທີ່ມາຈາກບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ; ບັນດາອົງການຈັດຕັ້ງສາກົນ, ພ້ອມກັບວິສາຫະກິດຜະລິດ, ຈຳໜ່າຍເຄື່ອງວັດຖຸອຸປະກອນ ແລະ ເຕັກໂນໂລຊີນຳໃຊ້ໃນບັນດາກິດຈະກຳກໍ່ສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ