(VOVWORLD) - ຕອນເຊົ້າວັນທີ 20 ກັນຍາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານ ຟ້າມບີງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ປະທານຄະນະກຳມະການແຫ່ງຊາດ APEC 2017
ກອງປະຊຸມຄັ້ງທີ 9 ຂອງຄະນະກຳມະການແຫ່ງຊາດ APEC 2017 |
ເປັນປະທານກອງປະຊຸມຄັ້ງທີ 9 ຂອງຄະນະກຳມະການແຫ່ງຊາດ APEC 2017 ເພື່ອແນໃສ່ຕີລາຄາວຽກງານໃນໄລຍະຜ່ານມາ ແລະ ວຽກງານກະກຽມໃຫ້ສັບປະດາຂັ້ນສູງ APEC 2017. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ ໃຫ້ຮູ້ວ່າ:
“ພວກເຮົາໄດ້ສຳເລັດ ¾ ວຽກງານຂອງ APEC 2017, ມີ 6 ກອງປະຊຸມຂັ້ນລັດຖະມົນຕີ, 3 ກອງປະຊຸມ SOM. ມາຮອດປະຈຸບັນ ກ່ຽວກັບເນື້ອໃນເອກະສານ ອາດເວົ້າໄດ້ວ່າ ບັນດາກອງປະຊຸມໄດ້ຈັດຕັ້ງໃນ 9 ເດືອນຜ່ານມາ ສາມາດບັນລຸໄດ້ຈຳນວນບັນດາເອກະສານກອງປະຊຸມຂັ້ນລັດຖະມົນຕີຮັບຮອງເອົາ. ກອງປະຊຸມ SOM ກໍ່ໄດ້ສະເໜີບັນດາບັນຫາເພື່ອປຶກສາຫາລື, ເປັນປະຖົມປັດໃຈສຳຄັນໃຫ້ກອງປະຊຸມຂັ້ນສູງໃນເດືອນ ພະຈິກ ຈະມາເຖິງຢູ່ ດາໜັງ.”