(vovworld) - ລາຍການສັບປະດາຊາວໜຸ່ມ ASEM (ເວທີປາໄສຮ່ວມມືອາຊີ- ເອີລົບ) ປີ 2016 ສົມທົບກັບກອງປະຊຸມຈຳລອງກອງປະຊຸມຂັ້ນສູງ ASEM ດ້ວຍຫົວຂໍ້ວ່າ “ການກະທຳຢ່າງແຂງແຮງກວ່າເພື່ອແກ້ໄຂຄວາມອຶດຫິວທຸກຍາກ” ດຳເນີນຢູ່ຮ່າໂນ້ຍ ແລະ ກວາງນິງ ໃນລະຫວ່າງວັນທີ 01 – 07/04. ເນື່ອງໃນໂອກາດສະເຫຼີມສະຫຼອງ 85 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ (26/03/1931 – 26/03/2016), ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 20 ປີແຫ່ງວັນຫວຽດນາມ ເຂົ້າຮ່ວມ ASEM (1996 – 2016). ນີ້ແມ່ນຄັ້ງທຳອິດທີ່ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມ. ລາຍການຄັ້ງນີ້ຈະປະກອບສ່ວນສຳຄັນເຂົ້າໃນເລື່ອງຍົກສູງຄວາມຮັບຮູ້ຂອງຊາວໜຸ່ມອາຊີ - ເອີລົບ ກ່ຽວກັບຄວາມສາມາດຮ່ວມມືໃນການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ເພື່ອພັດທະນາແບບຍືນຍົງ ແລະ ສະໝ່ຳສະເໝີ, ສ້າງເວທີປາໄສເພື່ອໃຫ້ຊາວໜຸ່ມມີກາລະໂອກາດແລກປ່ຽນຄຳເຫັນ, ບົດຮຽນ ແລະ ສະເໜີບັນດາຂໍ້ລິເລີ່ມເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງບັນດາປະເທດສະມາຊິກ ASEM, ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງ ASEM ໃນການຜັນຂະຫຍາຍໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງຂອງສະຫະປະຊາຊາດ. ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ໄດ້ໂຄສະນາເຖິງເພື່ອນມິດສາກົນກ່ຽວກັບຜົນງານຂອງປະເທດໃນຄວາມມານະພະຍາຍາມປະຕິບັດສຳເລັດບັນດາເປົ້າໝາຍສະຫັດສະວັດ, ກໍຄືຮູບພາບຫວຽດນາມ ພັດທະນາຢ່າງຂະຫຍັນຂັນເຄື່ອນ ແລະ ມີຄວາມໃກ້ຊິດສະໜິດສະໜົມພາຍຫຼັງ 30 ປີແຫ່ງການປ່ຽນໃໝ່.