ສັບປະດາທ່ອງທ່ຽວຂຽວເຂດທົ່ງພຽງແມ່ນ້ຳຂອງມຸ່ງໄປເຖິງຮ່ວມສຳພັນການພັດທະນາທ່ອງທ່ຽວຂຽວທົ່ວເຂດ
(ພາບປະກອບ: KT)
(vovworld) – ຕາມຄະນະຊີ້ນຳເຂດຕາເວັນຕົກທາງພາກໃຕ້ຫວຽດນາມ “ສັບປະດາທ່ອງທ່ຽວຂຽວເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມປີ 2015” ໂດຍຄະນະຊີ້ນຳເຂດຕາເວັນຕົກທາງພາກໃຕ້ຫວຽດນາມ ສົມທົບກັບບັນດາກະຊວງ, ຂະແໜງການສູນກາງ ແລະ ອຳນາດການປົກຄອງທ້ອງຖິ່ນບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ຈັດຕັ້ງ, ຈະດຳເນີນໃນລະຫວ່າງວັນທີ 26/6-27/7/2015 ຢູ່ນະຄອນ ເກີນເທີ. ຈຸດພົ້ນເດັ່ນຂອງສັບປະດາທ່ອງທ່ຽວຂຽວຈະສຸມໃສ່ໃນວຽກງານສົ່ງເສີມການລົງທຶນເຂົ້າໃນຂົງເຂດທ່ອງທ່ຽວຊີວະພາບ. ໃນນັ້ນ, ຈຸດໝາຍມຸ່ງໄປເຖິງແມ່ນການສ້າງສາຍສຳພັນລະຫວ່າງບັນດາແຂວງໃນເຂດ; ລະຫວ່າງບັນດາແຂວງໃນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ກັບບັນດາວິສາຫະກິດພາຍໃນ ແລະ ຕ່າງປະເທດ ເພື່ອພັດທະນາການທ່ອງທ່ຽວຂຽວ; ກໍ່ສ້າງ ແລະ ນຳໃຊ້ເຄື່ອງໝາຍທ່ອງທ່ຽວຊີວະພາບ ດອກບົວຂຽວໃນລະບົບເຮືອນພັກ, ໂຮງແຮມຂອງຫວຽດນາມ…. ໃນຂອບເຂດສັບປະດາທ່ອງທ່ຽວຂຽວ ຍັງຈະດຳເນີນບັນດາການເຄື່ອນໄຫວ, ງານວາງສະແດງ, ງານຕະຫຼາດນັດທ່ອງທ່ຽວ, ການຄ້າເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ; ການປະກວດຜູ້ນຳທ່ຽວ ແລະ ຄຳ່ຄືນສະແດງສິລະປະດ້ວຍຫົວຂໍ້ “ສີສັນພາກໃຕ້”.