ສັບປະດາຟີມຮູບເງົາເປຣູເປັນຄັ້ງທຳອິດຢູ່ຫວຽດນາມ

ສັບປະດາຟີມຮູບເງົາເປຣູເປັນຄັ້ງທຳອິດຢູ່ຫວຽດນາມ - ảnh 1
ສັບ​ປະ​ດາ​ອາ​ຫານ​ການ​ກິນ ເປ​ຣູ ​ຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ
 ແລະ ນະ​ຄອນ ໂຮ່​ຈິ​ມີນ ແຕ່​ວັນ​ທີ 24-28/11
ພາບ:baomoi.com
(vovworld)-​ ຕອນ​ຄ່ຳ​ວັນ​ທີ 5/12, ສັບ​ປະ​ດາ ຟີມ​ຮູບ​ເງົາ ເປຣູ ຖືກ​ໄຂ​ຂຶ້ນ​ຢູ່ ຮ່າ​ໂນ້ຍ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ ໂດຍ​ສະ​ຖານ​ທູດ ເປ​ຣູ ປະ​ຈຳ ຫວຽດ​ນາມ ຈັດ​ຕັ້ງ​ຂຶ້ນ ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ ແລະ ເປ​ຣູ (1994-2014). ເຫດ​ການນີ້​ແມ່ນ​ຕໍ່​ຈາກ “ສັບ​ປະ​ດາ​ອາ​ຫານ​ການ​ກິນ ເປ​ຣູ” ຊື່ງ​ຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ ແລະ ນະ​ຄອນ ໂຮ່​ຈິ​ມີນ ແຕ່​ວັນ​ທີ 24-28/11 ຜ່ານ​ມາ. ສັບ​ປະ​ດາ​ຟິມ​ຮູບ​ເງົາ ເປ​ຣູ ດຳ​ເນີນ​ໄປ​ແຕ່​ວັນ​ທີ 5-7/12  ແລະ ມີ​ຮູບ​ເງົາ 5 ເລື່ອງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ມີ​ຫົວ​ເລື່ອງ​ແຕກ​ຕ່າງ​ກັນ ຈະ​ແນະ​ນຳ​ໃຫ້​ຜູ້​ຊົມ​ ກ່ຽວ​ກັບ​ບັນ​ດາ​ຂົງ​ເຂດ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ ກໍ​ຄື​ຊີ​ວິດ​ທັນ​ສະ​ໄຫມ​ຂອງ​ປະ​ເທດ ເປ​ຣູ.

        ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​ເນື່ອງ​ໃນ​ໂອ​ກາດນີ້, ທ່ານ Luis Tsuboyama, ອຸ​ປະ​ທູດ​ຊົ່ວ​ຄາວ​ສະ​ຖານ​ທູດ ເປ​ຣູ ປະ​ຈຳ​ຫວຽດ​ນາມ ໃຫ້​ຮູ້​ວ່າ: ເປ​ຣູ ຕີ​ລາ​ຄາ​ວ່າ ຫວຽດ​ນາມ ແມ່ນ​ປະ​ເທດ​ທີ່​ສຳ​ຄັນ​ໃນ​ພາກ​ພື້ນ ແລະ ຢາກ​ຮັດ​ແຫນ້ນ​ການ​ພົວ​ພັນ​ການ​ລົງ​ທຶນ, ການ​ຄ້າສອງ​ຝ່າຍ​.

        “ນອກ​ຈາກ​ກຳ​ໄດ້​ບັນ​ດາ​ກາ​ລະ​ໂອ​ກາດ​ກ່ຽວ​ກັບ​ດ້ານ​ການ​ຄ້າ, ການ​ລົງ​ທຶນ, ພວກ​ຂ້າ​ພະ​ເຈົ້າ​ຍັງ​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ວົງ​ຄະ​ນາ​ຍາດ, ການ​ພົວ​ພັນ​ແລກ​ປ່ຽນ​ປ​ະ​ຊາ​ຊົນ. ພວກ​ຂ້າ​ພະ​ເຈົ້າ​ມ​ີ​ໂອ​ກາດ​ໄດ້​ເຮັດ​ວຽກ​ກັບ​ບັນ​ດາ​ມະ​ຫ​າ​ວິ​ທະ​ຍາ​ໄລ​ຢູ່​ຫວຽດ​ນາມ. ພວກ​ຂ້າ​ພະ​ເຈົ້າ​ຫາກໍ່​ຈັດ​ຕັ້ງ​ການ​ເສັງ​ຂຽນ​ບົດ​ກ່ຽວ​ກັບ​ເປ​ຣູ​. ຜ່ານນ​ີ້ ພວກ​ຂ້າ​ພະ​ເຈົ້າ​ພວມ​ມຸ່ງ​ໄປ​ສູ່​ບັນ​ດາ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ທູດ​ປະ​ຊາ​ຊົນ.”

 

ຕອບກັບ

ຂ່າວ/ບົດ​ອື່ນ