ສັບປະດາວັດ​ທະ​ນະ​ທຳທ່ອງທ່ຽວໃນເຂດພູພຽງ ມົກເຈົາ ຈະຈັດຂຶ້ນແຕ່ວັນທີ 28 ສິງຫາ

(VOVWORLD) -  ແຕ່ວັນທີ 28 ສິງຫາ ຫາ ວັນທີ 4 ກັນຍາ, ສັບປະດາວັດທະນະທຳທ່ອງທ່ຽວມີຫຼາຍການກິດຈະກຳທີ່ດຶງດູດໃຈຄື: ງານແຂ່ງຂັນສະແດງສິລະປະພື້ນເມືອງຊາວເຜົ່າມົ້ງ, ແນະນຳສິລະປະແຕ້ມລວດລາຍໃນຊຸດອາພອນຂອງຊາວເຜົ່າມົ້ງຮວາ; ຊອກຮູ້ວັດທະນະທຳ, ອາຫານພື້ນເມືອງ, ການເຄື່ອນໄຫວຊຸມຊົນຕາມທ້ອງຖະໜົນ… 
ສັບປະດາວັດ​ທະ​ນະ​ທຳທ່ອງທ່ຽວໃນເຂດພູພຽງ ມົກເຈົາ ຈະຈັດຂຶ້ນແຕ່ວັນທີ 28 ສິງຫາ - ảnh 1ພາບປະກອບ

ສັບປະດາວັດທະນະທຳທ່ອງທ່ຽວ ມົກເຈົາ, ແຂວງ ເຊີນລາ, ຈະຈັດຂຶ້ນກົງກັບໂອກາດວັນຊາດຫວຽດນາມ (ທີ 2 ກັນຍາ), ດ້ວຍບັນດາການເຄື່ອນໄຫວທີ່ດູດດື່ມ, ເປັນເອກະລັກສະເພາະ, ເຂັ້ມຂົ້ນໄປດ້ວຍສີສັນຂອງມົກເຈົາ. ຕາມນັ້ນແລ້ວ, ແຕ່ວັນທີ 28 ສິງຫາ ຫາ ວັນທີ 4 ກັນຍາ, ສັບປະດາວັດທະນະທຳທ່ອງທ່ຽວມີຫຼາຍການກິດຈະກຳທີ່ດຶງດູດໃຈຄື: ງານແຂ່ງຂັນສະແດງສິລະປະພື້ນເມືອງຊາວເຜົ່າມົ້ງ, ແນະນຳສິລະປະແຕ້ມລວດລາຍໃນຊຸດອາພອນຂອງຊາວເຜົ່າມົ້ງຮວາ; ຊອກຮູ້ວັດທະນະທຳ, ອາຫານພື້ນເມືອງ, ການເຄື່ອນໄຫວຊຸມຊົນຕາມທ້ອງຖະໜົນ… ພ້ອມນັ້ນ, ບັນດາເຂດ, ສະຖານທີ່ທ່ອງທ່ຽວໃນບໍລິເວນ ມົກເຈົາ ກໍ່ຈະມີຫຼາຍເຫດການທີ່ເປັນເອກະລັກສະເພາະ, ຄື: ຕະຫຼາດນັດ, ຕະຫຼາດແຫ່ງຄວາມຮັກ ເຂດໄຕບັກ, ລາຍການສະແດງຊຸດອາພອນ…

ຕອບກັບ

ຂ່າວ/ບົດ​ອື່ນ