ສປຊ:ຄວາມໝາຍຂອງການເຈລະຈາ ແລະ ຄວາມເຊື່ອໝັ້ນໃນການສະກັດກັ້ນ ແລະ ແກ້ໄຂການປະທະກັ

(VOVWORLD) - ສຳລັບບັນຫາກໍລະນີທີ່ກ່ຽວຂ້ອງເຖິງອາວຸດລ້າງຜານນັ້ນ ຄວນມີບັນດາຄວາມມານະພະຍາຍາມ “ມາດຕະການແກ້ໄຂ ແລະ ບໍ່ແຜ່ຂະຫຍາຍນິວເຄຼຍ ຕາມວິທີສາມາດປະເມີນຜົນ”.
ສປຊ:ຄວາມໝາຍຂອງການເຈລະຈາ ແລະ ຄວາມເຊື່ອໝັ້ນໃນການສະກັດກັ້ນ ແລະ ແກ້ໄຂການປະທະກັ - ảnh 1 ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres (ພາບ: AFP/TTXVN)

ວັນທີ 18 ມັງກອນ, ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres ໄດ້ກ່າວເຕືອນບັນດາຄວາມວິຕົກກັງວົນຂອງໂລກກ່ຽວກັບອາວຸດນິວເຄຼຍ ພວມຂຶ້ນສູ່ລະດັບສູງສຸດ ນັບແຕ່ໄລຍະສົງຄາມເຢັນ ພ້ອມທັງ ຮຽກຮ້ອງໃຫ້ມີບັນດາມາດຕະການດ້ານການເມືອງຢ່າງຮອບດ້ານ, ລວມມີການພົບປະເຈລະຈາເພື່ອສະກັດກັ້ນ, ເຮັດໃຫ້ຫລຸດຜ່ອນ ແລະ ແກ້ໄຂບັນດາການປະທະກັນ.

        ກ່າວຄຳເຫັນທີ່ກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບຕ້ານການແຜ່ຂະຫຍາຍອາວຸດລ້າງຜານ, ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ສຳລັບບັນຫາກໍລະນີທີ່ກ່ຽວຂ້ອງເຖິງອາວຸດລ້າງຜານນັ້ນ ຄວນມີບັນດາຄວາມມານະພະຍາຍາມ “ມາດຕະການແກ້ໄຂ ແລະ ບໍ່ແຜ່ຂະຫຍາຍນິວເຄຼຍ ຕາມວິທີສາມາດປະເມີນຜົນ”.

        ທ່ານ Antonio Guterres ກໍ່ຊົມເຊີຍເລື່ອງເຊື່ອມຕໍ່ຄືນໃໝ່ການຕິດຕໍ່ພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ, ເປັນຕົ້ນແມ່ນດ້ານການທະຫານ, ພ້ອມທັງ ໃສ່ໃຈເຖິງເລື່ອງຕ້ອງຫຼີກລ້ຽງບັນດາການຄິດໄລ່ທີ່ຜິດພາດ ຫຼື ເຂົ້າໃນຜິດພ້ອມທັງຫລຸດຜ່ອນຄວາມເຄັ່ງຕຶງ.

        ກ່ຽວກັບການປະທະກັນຢູ່ ຊີຣີ , ທ່ານ Antonio Guterres ກະຕຸກຊຸກຍູ້ ສະພາຄວາມໝັ້ນຄົງ ສປຊ ໃຫ້ມີຄວາມສາມັກຄີໃນບັນຫານີ້.

ຕອບກັບ

ຂ່າວ/ບົດ​ອື່ນ