ສປຊບຸລິມະສິດຊຸກຍູ້ບັນດາຄາດໝາຍພັດທະນາແບບຍືນຍົງໃນປີ2016

ສປຊບຸລິມະສິດຊຸກຍູ້ບັນດາຄາດໝາຍພັດທະນາແບບຍືນຍົງໃນປີ2016 - ảnh 1
ທ່ານ Ban Ki Moon​ ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ
ພາບ:kienthuc.net

(vovworld)- ປີ 2016 ຕ້ອງ​ແມ່ນ​ປີ​ຊື່ງໃນ​ນັ້ນ ບັນ​ດາ​ຄຳ​ຕັດ​ສິນ​ທີ່​ມີ​ລັກ​ສະ​ນະ​ບາດ​ລ້ຽວ​ກ່ຽວ​ກັບ​ບັນ​ຫາ​ພັດ​ທະ​ນາ​ແບບ​ຍືນ​ຍົງໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ຮີບ​ດ່ວນ. ນັ້ນ​ແມ່ນ​ຄຳ​​ກ່າວປາ​ໄສ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki moon ທີ່​ການ​ປະ​ຊຸມ​ຂ່າວ​ປະ​ກາດ​ບັນ​ດາ​ການ​ກຳ​ນົດ​ທິດ​ທາງ​ວຽກ​ງານ​ຂອງ ສ​ປ​ຊ ໃນ​ປີນີ້. ໃນ​ບົດ​ກ່າວ​ປາ​ໄສ​ເປີດ​ສາກ​ການ​ປະ​ຊຸມ​ຂ່າວ, ທ່ານ Ban Ki Moon ເນັ້ນ​ຫນັກ​ວ່າ: “ຖ້າ​ຫາກ​ປີ 2015 ແມ່ນ​ປີ​ປຸກ​ລະ​ດົມ​ບັ້ນ​ເຄື່ອນ​ໄຫວ​ເພື່ອ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ (SDG) ໃຫ້​ທົ່ວ​ໂລກ, ປີ 2016 ຕ້ອງ​ແມ່ນ​ປີ ຊື່ງ​ແຕ່​ລະ​ປະ​ເທດ​​ຈະມາ​ນະ​ພະ​ຍາ​ຍາມ​ເພື່ອ ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ທ່ານ Ban Ki moon ກໍ​ໄດ້​ເຕື້ອງ​ເຖິງ​ເຫດ​ການ​ສຳ​ຄັນ​ຈຳ​ນວນ​ຫນຶ່ງ​ຈະ​ດຳ​ເນີນ​ໄປ​ໃນ​ປີນີ້ ຄື ວາ​ລະ​ປະ​ຊຸມ​ພິ​ເສດ​ຂອງສະ​ມັດ​ຊາ​ໃຫຍ່ກ່ຽວ​ກັບ​ບັນ​ຫາ​ຕ້ານ​ຢາ​ເສບ​ຕິດ​ໃນ​ໂລກ, ກອ​ງປະ​ຊຸມ​ຂັ້ນ​ສູງ​ຂອງ​ສະ​ມັດ​ຊາ​ໃຫຍ່ ເພື່ອ​ແກ້​ໄຂ​ບັນ​ຫາ​ຊາວ​ອົບ​ພະ​ຍົບ ແລະ ຊາວ​ຕ່າງ​ປະ​ເທດ​ເຂົ້າ​ເມືອງ ແລະ ເວ​ທີ​ປາ​ໄສ​ຊາວ​ຫນຸ່ມ​ຂອງ ສະ​ພາ​ເສດ​ຖະ​ກິດ​ສັງ​ຄົມ ສ​ປ​ຊ ຊື່ງ​ຈະ​ດຳ​ເນີນ​ໃນ​ເດືອນ 2 ຈະ​ມາ​ເຖິງ. ນອກນັ້ນ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ກໍ​ໄດ້​ເຕື້ອງ​ເຖິງ​ບັນ​ຫາ​ສັນ​ຕິ​ພາບ ແລະ ຄວາມ​ສະ​ຫງົບ​ປອດ​ໄພ, ບັນ​ຫາ​ຊາວ​ອົບ​ພະ​ຍົບ ແລະ ໂລກ​ລະ​ບາດ ກໍ​ຄື​ບັນ​ຫາ​ຫລຸດ​ຜ່ອນ​ອາ​ວຸດ​ນິວ​ເຄຼຍ ແມ່ນ​ການ​ບຸ​ລິ​ມະ​ສິດ​ຕົ້ນ​ຕໍ​ໃນ​ປີ 2016.

ຂ່າວ/ບົດ​ອື່ນ