ທູດພິເສດຂອງ ສປຊ ກ່ຽວກັບ ຊີຣີ Staffan de Mistura (ຊ້າຍ)
(ພາບ: AFP/TTXVN)
|
(vovworld) – ວັນທີ 31/1, ຢູ່ເຊີແນວ, ປະເທດສະວິດ, ກ່າວຄຳເຫັນທີ່ການພົບປະກັນບັນດາສະມາຊິກໃນຄະນະກຳມະການເຈລະຈາຂັ້ນສູງ (HNC), ຜູ້ຕາງໜ້າໃຫ້ສຳພັນທະມິດເຊິ່ງລວມມີ: ກຸ່ມຝ່າຍຄ້ານຕົ້ນຕໍ່ສຳພັນທະມິດຊົນຊາດ ຊີຣີ ແລະ ພັກຝ່າຍຄ້ານຕ່າງໆພວມເຂົ້າຮ່ວມການສຸ້ຮົບຢູ່ປະເທດ ຕາເວັນອອກກາງນີ້, ທູດພິເສດຂອງ ສປຊ ທ່ານ Staffan De Mitsura ສະແດງຄວາມປະເອີບໃຈກ່ຽວກັບກາລະໂອກາດປະຫວັດສາດໃຫ້ແກ່ສັນຕິພາບຢູ່ ຊີຣີ. ທ່ານ Staffan De Mitsura ກໍ່ໃຫ້ຮູ້ວ່າ: ບໍ່ທັນຮູ້ວ່າ HNC ໄດ້ຕົກລົງກ່ຽວກັບການພົບປະເປັນທາງການຢູ່ສຳນັກງານ ສປຊ ຢູ່ ເຊີແນວ (ປະເທດສະວິດ) ພາຍຫຼັງວັນທີ 31/1 ຫຼືບໍ່? ໃນຂະນະນັ້ນ, ທ່ານລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ ຊີຣີ Omar al Zoubi ໃຫ້ຮູ້ວ່າ: ລັດຖະບານຂອງທ່ານປະທານາທິບໍດີ Bashar Al Assad ຈະບໍ່ຍອມຮັບເລື່ອງ 2 ກຸ່ມປະກອບອາວຸດອິດສະລາມ ນັ້ນແມ່ນ Ahrar al Sham ແລະ ກອງທັບອິດສະລາມ ໄດ້ເຂົ້າຮ່ວມບັນດາການເຈລະຈາຢູ່ ເຊີແນວ ໂດຍ ສປຊ ໜູນຫຼັງ. ຊີຣີ ແລະ ລັດເຊຍ ໄດ້ຈັດ 2 ກຸ່ມດັ່ງກ່າວເຂົ້າບັນຊີລາຍຊື່ບັນດາອົງການກໍ່ການຮ້າຍ. 2 ປະເທດໄດ້ເນັ້ນໜັກວ່າບັນດາກຳລັງນີ້ຕ້ອງໄດ້ຖືກປັດເຂ່ຍອອກຈາກວິວັດທະນາການເຈລະຈາສັນຕິພາບ, ພ້ອມກັບອົງການ “ລັດອິດສະລາມ” (IS) ອ້າງຊື່ເອງ ແລະ ແນວໂຮມ Al Nusra, ຊິ່ງແມ່ນເຄືອຂ່າຍກໍ່ການຮ້າຍສາກົນ Al Qeada ສາຂາຢູ່ ຊີຣີ.