ກອງປະຊຸມສະມັດຊາໃຫຍ່ ສປຊ
ພາບປະກອບ:internet
|
(vovworld)- ທີ່ກອງປະຊຸມຄັ້ງທີ 68 ດຳເນີນໄປຫວ່າງແລ້ວນີ້, ກອງປະຊຸມສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາມະຕິໂດຍຖະແຫລງວ່າ ເອົາປີ 2014 ແມ່ນ “ປີສາກົນສາມັກຄີກັບປະຊາຊົນ ປາແລດສະຕີນ” ແລະ ຮຽກຮ້ອງການປະຕິບັດທຸກຄວາມມານະພະຍາຍາມເພື່ອຊຸກຍູ້ການປະຕິບັດບັນດາສິດບໍ່ອາດມອບໂອນຂອງປາແລດສະຕີນ ຊື່ງລວມມີ ສິດຕັດສິນດ້ວຍຕົນເອງ, ເພື່ອສະຫນັບສະຫນູນວິວັດການສັນຕິພາບຢູ່ຕາເວັນອອກກາງ ແລະ ມະຕິກ່ຽວກັບບັນດາບັນຫາສຸດທ້ຍທີ່ກ່ຽວຂ້ອງເຖິງຂໍ້ກຳນົດກໍຄືເພື່ອລະດົມການສະຫນັບສະຫນູນ ແລະ ຫນູນຊ່ວຍຈາກສາກົນສຳລັບປະຊາຊົນ ປາແລດສະຕີນ.