ສປຊແລະສະຫະພັນ ອາຣັບຍົກອອກມາດ ຕະການໃຫ້ແກ່ວິກິດການ ຢູ່ຊີຣີ

ສປຊແລະສະຫະພັນ ອາຣັບຍົກອອກມາດ ຕະການໃຫ້ແກ່ວິກິດການ ຢູ່ຊີຣີ - ảnh 1

ວິ​ກິດ​ການ​ຢູ່​ຊີຣີ

(ພາບ:giaothongvantai.com.vn)

(vovworld) – ຊີຣີ ຕ້ອງ​ສ້າງຕັ້ງລັດຖະບານ​ຊົ່ວຄາວ​ດ້ວຍ​ສິດ​ອຳນາດ​ຄົບ​ຖ້ວນ​ຈົນ​ເຖິງ​ເວລາ​ຈັດການ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ. ນັ້ນ​ແມ່ນ​ຄຳ​ປະກາດ​ຂອງ​ທ່ານ Lakhadar Brahimi ທູດ​ພິ​ເສດ​ລວມຂອງ ສປຊ ​ແລະ ສະຫະພັນ​ອາຣັບ (AL) ຍົກ​ອອກ​ມາ​ເມື່ອ​ວັນ​ທີ 27/12 ຢູ່​ນະຄອນຫຼວງ Damacus ປະ​ເທດ​ຊີຣີ. ທ່ານ Lakhadar Brahimi ຮຽກຮ້ອງ​ລັດຖະບານ​ຢູ່​ຊີຣີ ຕ້ອງ​ມີສິດ​ຢ່າງ​ພຽງພໍ​ໂດຍ​ບໍ່​ຫົວຊາ​ຕໍ່​ເລື່ອງ​ພັກ​ຝ່າຍ​ຕ່າງໆ​ອາດ​ຈະ​ບໍ່​ບັນລຸ​ໄດ້​ການ​ເຈລະຈາ​ກ່ຽວ​ກັບ​ລະດັບ​ສິດ​ອຳນາດ​ຂອງ​ລັດຖະບານ. ທ່ານກໍ່​ປະຕິ​ເສດ​ຄຳ​ເຫັນທີ່​ຖື​ວ່າ ສປຊ ຕ້ອງ​ຜັນ​ຂະຫຍາຍ​ກຳລັງ​ປົກ​ປັກ​ຮັກສາ​ສັນຕິພາບ​ສາກົນ​ຫຼວງ​ຫຼາຍ​ຢູ່​ຊີຣີ ​ເພື່ອ​ຕິດຕາມ​ກວດກາ​ຂໍ້​ຕົກລົງ​ສັນຕິພາບ​ເພື່ອ​ແນ​ໃສ່​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ຊີຣີ.

ຂ່າວ/ບົດ​ອື່ນ