ປະຊາຊົນອົບພະຍົບຈາກ Mosul
(ພາບ: AFP/TTXVN)
|
(vovworld) - ວັນທີ 4/3, ສະຫະປະຊາຊາດ ໄດ້ໃຫ້ຮູ້ວ່າ: ປະຈຸບັນ ມີ 12 ຄົນ, ເຊິ່ງລວມມີແມ່ຍິງ ແລະ ເດັກນ້ອຍ ພວມໄດ້ຮັບການປິ່ນປົວ, ເພາະອາດຈະຖືກຜົນສະທ້ອນຈາກກັບບັນດາທາດເຄມີຢູ່ນະຄອນ Mosul, ເຊິ່ງແມ່ນສະຖານທີ່ອົງການລັດອິດສະລາມ (IS) ອ້າງຊື່ເອງພວມມີການປະທະກັນກັບບັນດາກຳລັງ ອີຣັກໂດຍ ອາເມລິກາ ໜູນຫຼັງ. ເຫດບຸກໂຈມຕີເກີດຂຶ້ນໃນອາທິດນີ້ຢູ່ພາກຕາເວັນອອກ Mosul, ເຊິ່ງແມ່ນສະຖານທີ່ບັນດາກຳລັງ ອີຣັກ ປະກາດ ໄດ້ຮັບການປົດປ່ອຍໃນເດືອນ 1 ຜ່ານມາ. ທ່ານໝໍຜູ້ໜຶ່ງຢູ່ໂຮງໝໍທີ່ນະຄອນ Irbil ຢູ່ອ້ອມຂ້າງໄດ້ຮັບຮູ້ວ່າໄດ້ປິ່ນປົວໃຫ້ບັນດາຄົນເຈັບມີສັນຍານຖືກຜົນສະທ້ອນຈາກອາວຸດເຄມີ. ຕາມ ສປຊ ແລ້ວ, ອົງການອະນາໄມໂລກ (WHO) ພ້ອມກັບບັນດາຄູ່ຮ່ວມມື ແລະ ເຈົ້າໜ້າທີ່ທ້ອງຖິ່ນ ໄດ້ດຳເນີນ “ແຜນການຮັບມືຮີບດ່ວນ ເພື່ອແນໃສ່ປິ່ນປົວປອດໄພໃຫ້ຜູ້ຊາຍ, ແມ່ຍິງ ແລະ ເດັກນ້ອຍ ອາດຈະຖືກຜົນສະທ້ອນຈາກທາດເຄມີອັນຕະລາຍ”