ສປຊ ຊົມເຊີຍທ່ານນາຍົກ ລັດຖະມົນຕີ Hun Sen ສືບຕໍ່ນຳພາກຳປູເຈຍ

ສປຊ ຊົມເຊີຍທ່ານນາຍົກ ລັດຖະມົນຕີ Hun Sen ສືບຕໍ່ນຳພາກຳປູເຈຍ - ảnh 1
ທ່ານ​ນາຍົກລັດຖະມົນຕີ Hun Sen

  (ພາບ: radiovietnam.vn)

 (vovworld)- ວັນ​ທີ 10/10, ​ໃນ​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີກຳປູ​ເຈຍ Hun Sen ຢູ່ນອກກອງ​ປະຊຸມ​ຂັ້ນສູງ​ອາ​ຊຽນ ຄັ້ງທີ 23 ຢູ້ບຣູ​ໄນ, ທ່ານ​ເລຂາທິການ​ໃຫ່ຍ ສປຊ Ban Ki Moon ​ໄດ້ອວຍພອນ​ໄຊຊະນະ​ຂອງ​ພັກ ປຊຊ ກຳປູ​ເຈຍ (CPP) ​ໃນ​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາ​ດຫວ່າງ​ແລ້ວ​ນີ້ ​ແລະ ສະ​ແດງ​ໃຫ້​ເຫັນ​ການ​ສະໜັບສະໜູນ​ຕໍ່​ທ່ານນາຍົກລັດຖະມົນຕີກຳປູ​ເຈຍ Hun Sen ​ໃນ​ຖານະ​ເປັນ​ການ​ນຳ​ອົງການ​ບໍລິ​ຫານກຳປູ​ເຈຍ ອາຍຸ​ການ 2013-2018. ທ່ານ​ເລຂາທິການ​ໃຫ່ຍ ສປຊ Ban Ki Moon ​ໄດ້​ຕີ​ລາຄາ​ສູງ​ການ​ກະ​ປອບ​ສ່ວນ​ຂອງ​ກຳປູ​ເຈຍ​ ໃນ​ການ​ເຂົ້າຮ່ວມ ​ແລະ ປະຕິບັດ​ບັນດາ​ໜ້າ​ທີ່​ມະນຸດສະທຳ​ໃນ​ກຳລັງ​ປົກ​ປັກ​ຮັກສາ​ສັນຕິພາບ ສປຊ. ທ່ານ​ເລຂາທິການ​ໃຫ່ຍ ສປຊ Ban Ki Moon ກໍ່​ສະ​ແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ​ແລະ ​ແບ່ງປັນ​ຄວາມ​ໂສກ​ເສົ້າມາ​ຍັງລັດຖະບານ ​ແລະ ປຊຊ ກຳປູ​ເຈຍ ກ່ຽວ​ກັບ​ບັນດາ​ຄວາມ​ເສຍ​ຫາຍ​ອັນ​ໜັກໜ່ວງ​ໂດຍ​ພະຍຸ​ນ້ຳຖ້ວມ​ກໍ່​ຂຶ້ນ​ໃນ​ຫຼາຍ​ອາທິດ​ຜ່ານ​ມາ.

ຂ່າວ/ບົດ​ອື່ນ