ປົກປ້ອງບັນດານັກຂ່າວ
ພາບ:internet
|
(vovworld)-ວັນທີ 17/7 ທີ່ສຳນັກງານຂອງ ສປຊ ຢູ່ນິວຢອກ, ສະຫະລັດອາເມລິກາ, ສະພາຄວາມໝັ້ນຄົງ ສປຊ ຈັດວາລະປະຊຸມປຶກສາຫາລືກ່ຽວກັບ ຫົວຂໍ້: ປົກປ້ອງບັນດານັກຂ່າວເມື່ອປະຕິບັດງານຢູ່ບັນດາສະຖານທີ່ເກີດການປະທະກັນ, ສົງຄາມ. ກ່າວຄຳເຫັນນະທີ່ນີ້, ທ່ານ Jan Eliasson ຮອງເລຂາທິການໃຫຍ່ຜູ້ທີຫນຶ່ງ ສປຊ ໄດ້ເນັ້ນຫນັກວ່າ: ສະພາບການໄລ່ຈັບ ແລະ ເຂ່ັນຂ້ານັກຂ່າວພວມປະຕິບັດງານຢູ່ເຂດເກີດເຫດນັບມື້ນັບຮ້າຍແຮງກວ່າ. ໃນຫນຶ່ງທົດສະວັດຜ່ານມາ, ມີນັກຂ່າວກວ່າ 600 ຄົນຖືກເຂັ່ນຂ້າ, ນອກນັ້ນຍັງມີນັກຂ່າວຫລາຍຄົນຖືກຮີບເອົາອຸປະກອນດຳເນີນງານ ແລະ ຖືກທູບຕີທໍລະມານຫລືຖືກຈັບເປັນຕົວປະການ ແລະ ໃນຈຳນວນ 90% ກໍລະນີດັ່ງກ່າວ ກົດໝາຍຂອງປະເທດປະຈຳຖິ່ນບໍ່ສັ່ງຟ້ອງດຳເນີນຄະດີທາງອາຍາ. ເຈົ້າຫນ້າທີ່ຂອງສປຊ ໄດ້ຮຽກຮ້ອງ ສະພາຄວາມໝັ້ນຄົງ ສປຊ ແລະ ທຸກປະເທດສະມາຊິກ ສະແດງໃຫ້ເຫັນບົດບາດ ແລະ ຄວາມຮັບຜິດຊອບຂອງຕົນໃນການປົກປ້ອງບັນດານັກຂ່າວ ເປັນຕົ້ນແມ່ນຜູ້ພວມປະຕິບັດງານຢູ່ສະຫນາມຮົບ.