ສປຊ ຮັບຮອງເອົາມະຕິຢຸດຍິງຢູ່ຊີຣີ
ນະຄອນ Aleppo
(ພາບ: Reuters).
|
(vovworld) – ວັນທີ 9/12, ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາມະຕິຮຽກຮ້ອງຢຸດຍິງໃນທັນທີຢູ່ ຊີຣີ ໃນສະພາບການສູ້ຮົບພວມຖືກດຳເນີນໄປຢູ່ນະຄອນໃຫຍ່ທີ 2 ຂອງປະເທດຕາເວັນອອກກາງນີ້ ແມ່ນ Aleppo. ມະຕິໂດຍ ການາດາ ຍື່ນສະເໜີ ໂດຍ ສະມັດຊາໃຫຍ່ ສປຊ ຮັບຮອງເອົາດ້ວຍ ບັດສະໜັບສະໜູນ 122 ບັດ, ບັດຕ້ານ 13 ບັດ ແລະ ບັດຂ່າວ 36 ບັດ. ລັດເຊຍ, ອີຣານ ແລະ ຈີນ ປ່ອນບັດຕ້ານ. ມະຕິດັ່ງກ່າວຮຽກຮ້ອງຢຸດຕິທຸກໆການບຸກໂຈມຕີແນໃສ່ສາມັນຊົນ ແລະ ຢຸດຕິບັນດາການເຄື່ອນໄຫວທີ່ເປັນປໍລະປັກໃນທົ່ວຊີຣີ ໃນທັນທີ. ທ່ານນາງ Samantha Power, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ສປຊ ຖືວ່າ: ມະຕິແມ່ນສານສຳລັບອຳນາດການປົກຄອງຂອງປະທານາທິບໍດີ ຊີຣີ Bashar al – Assad ແລະ ລັດເຊຍ. ໃນຂະນະນັ້ນ, ທ່ານ Vitaly Churkin, ເອກອັກຄະລັດຖະທູດ ລັດເຊຍ ຖະແຫຼງວ່າມະຕິດັ່ງກ່າວແມ່ນ “ການຂາດແຄນຫຼາຍ” ຍ້ອນບໍ່ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງຕໍ່ສູ້ຕ້ານບັນດາກຸ່ມກໍ່ການຮ້າຍ.