ບັນດາຜູ້ແທນເຂົ້າຮ່ວມການປະຊຸມຂ່າວສາກົນ
ພາບ:TTXVN
|
(vovworld)- ວັນທີ 11/7, ຄະນະກຳມະການຊີ້ນຳແຫ່ງຊາດກ່ຽວກັບການຈັດຕັ້ງກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ AIPA ຄັ້ງທີ 35 ຂອງລາວ ໄດ້ຈັດຕັ້ງການປະຊຸມຂ່າວສາກົນ, ປະກາດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ຄັ້ງທີ 35 ຈະຖືກຈັດຂຶ້ນຢູ່ນະຄອນຫລວງ ວຽງຈັນ ແຕ່ວັນທີ 14-20/9 ຈະມາເຖິງ ພາຍໃຕ້ການເປັນປະທານຂອງສະພາແຫ່ງຊາດລາວ ໃນຖານະເປັນປະທານ AIPA. ຄາດວ່າ ຈະມີຜູ້ແທນ 350-400 ທ່ານທີ່ມາຈາກ 10 ປະເທດສະມາຊີກອາຊຽນ, ບັນດາປະເທດສັງເກດການ ຊື່ງແມ່ນຄູ່ຮ່ວມມືຄູ່ເຈລະຈາ ແລະ ອົງການສາກົນຈຳນວນຫນຶ່ງເຂົ້າຮ່ວມກອງປະຊຸມດັ່ງກ່າວ .