ສປປ.ເກົາຫຼີກຽມພ້ອມສົ່ງຜູ້ຕາງໜ້າເຖິງຍີ່ປຸ່ນເພື່ອເຂົ້າຮ່ວມການເຈລະຈາ2ຝ່າຍ

ສປປ.ເກົາຫຼີກຽມພ້ອມສົ່ງຜູ້ຕາງໜ້າເຖິງຍີ່ປຸ່ນເພື່ອເຂົ້າຮ່ວມການເຈລະຈາ2ຝ່າຍ - ảnh 1
ຄະນະເຈລະຈາ ຍີ່ປຸ່ນ - ສປປ ເກົາຫຼີ ໃນການເຈລະຈາເມື່ອວັນທີ 26/5 ຢູ່ Stockholm
(ພາບ: AFP/TTXVN)


(vovworld) – ວັນ​ທີ 2/6, ທ່ານ Song Il Ho, ​ເອກ​ອັກຄະ​ລັດຖະທູດ ສປປ ​ເກົາຫຼີ ຮັບຜິດຊອບ​ການ​ເຈລະຈາ​ຫັນ​ການ​ພົວພັນ​ກັບ ຍີ່ປຸ່ນ ​ເປັນ​ປົກກະຕິ ​ໄດ້​ເຕື້ອງ​ເຖິງ​ຄວາມ​ສາມາດ​ຈະ​ໄປ​ ຍີ່ປຸ່ນ ​ເພື່ອ​ສືບ​ຕໍ່​ບັນດາ​ການ​ເຈລະຈາ 2 ຝ່າຍ​​ຖ້າ​ຫາກ​ຝ່າຍ ​ໂຕ​ກຽວ ສະ​ເໜີ. ​ໃນ​ຄວາມ​ມານະ​ພະຍາຍາມ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ກັບ ຍີ່ປຸ່ນ ບົນ​ພື້ນຖານ​ບັນດາ​ຂໍ້ຕົກລົງທີ່ 2 ຝ່າຍ​ບັນລຸ​ໄດ້​ໃນ​ການ​ເຈລະຈາ​ແກ່ຍາວ​ເປັນ​ເວລາ 3 ວັນ​ຢູ່ Stockholm ປະ​ເທດ ຊູ​ແອດ ​ເມື່ອ​ອາທິດ​ກ່ອນ, ທ່ານ Song Il Ho ຢັ້ງຢືນ​ວ່າ: ມາ​ຮອດ​ປະຈຸ​ບັນ ພຽງ​ຢາງ ຍັງ​ບໍ່​ທັນ​ປະຕິ​ເສດ​ບໍ່​ວ່າ​ຂໍ້​ສະ​ເໜີ​ໃດໆ​ຈາກ​ຝ່າຍ ຍີ່ປຸ່ນ.

    ກ່ອນ​ໜ້າ​ນັ້ນ, ທ່ານ​ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ ຍີ່ປຸ່ນ Yoshihide Suga ຊີ້​ແຈ້ງວ່າ: ລັດຖະບານ ຍີ່ປຸ່ນ ກຽມພ້ອມ ປະຕິບັດ​ແຜນການ​ດັ່ງກ່າວ​ຖ້າ​ຫາກ​ສິ່ງດັ່ງກ່າວ​ແມ່ນ​ຈຳ​ເປັນ​ໃຫ້​ແກ່​ການ​ສືບສວນ​ພົນລະ​ເມືອງ ຍີ່ປຸ່ນ ຈຳນວນ​ໜຶ່ງຖືກລອກ​ຈັບ​ຕົວ. ຕາມ​ແຫຼ່ງຂ່າວ​ຈາກລັດຖະບານ ຍີ່ປຸ່ນ ​ແລ້ວ, 2 ປະ​ເທດອາດຈະ​ຈັດ​ຕັ້ງ​ຮອບ​ເຈລະຈາ​ຕໍ່​ໄປ​ຢ່າງ​ໄວ​ສຸດ​ແມ່ນ​ໃນ​ເດືອນ 6 ຖ້າ​ຫາກ ພຽງ​ຢາງ ຈັດ​ຕັ້ງ​ການ​ສືບສວນ​ຄືນ​ໃໝ່​ກ່ຽວ​ກັບ​ບັນດາ​ຊາວ ຍີ່ປຸ່ນ ຖືກ​ລອກ​ຈັບ​ຕົວ.

ຂ່າວ/ບົດ​ອື່ນ