ສປປ.ເກົາຫຼີຄັດຄ້ານຄຳສັ່ງລົງໂທດຂອງອາເມລິກາ

(VOVWORLD) -ໃນຖະແຫຼງການທີ່ໄດ້ຍົກອອກມາ ເມື່ອວັນທີ 01 ສິງຫາ, ໂຄສົກກະຊວງການຕ່າງປະເທດສປປ.ເກົາຫຼີ ໄດ້ຄັດຄ້ານເລື່ອງອາເມລິກາ ຮັບຮອງເອົາຮ່າງກົດໝາຍລົງໂທດໃໝ່ ແນໃສ່ປະເທດນີ້
ສປປ.ເກົາຫຼີຄັດຄ້ານຄຳສັ່ງລົງໂທດຂອງອາເມລິກາ - ảnh 1 (ພາບປະກອບ: Reuters/KCNA)

ທີ່ກ່ຽວຂ້ອງເຖິງໂຄງການພັດທະນາລູກສອນໄຟນຳວິຖີ. ບັນດາຄຳສັ່ງລົງໂທດໃໝ່ຕ້ານຄືນສປປ.ເກົາຫຼີ, ລັດເຊຍ ແລະ ອີຣານ ເຊິ່ງສະພາແຫ່ງຊາດ ຫາກໍຮັບຮອງເອົາຫວ່າງແລ້ວນີ້ອາດຈະເຮັດໃຫ້ປະຕິກິລິຍາຈາກສາກົນນັບມື້ນັບຮ້າຍແຮງ.

        ກ່ຽວຂ້ອງເຖິງບັນຫາສປປ.ເກົາຫຼີ ຍັງມີຂ່າວວ່າ, ໃນວັນດຽວກັນ, ເຈົ້າໜ້າທີ່ກະຊວງການຕ່າງປະເທດສ.ເກົາຫຼີ ທ່ານໜຶ່ງ ໃຫ້ຮູ້ວ່າ, ເຊີອຸ່ນ ພວມຊຸກຍູ້ການພົບປະ 3 ຝ່າຍຂັ້ນລັດຖະມົນຕີການຕ່າງປະເທດກັບອາເມລິກາ ແລະ ຍີ່ປຸ່ນ ເພືຶ່ອປຶກສາຫາລືກ່ຽວກັບບັນຫານິວເຄຼຍຂອງສປປ.ເກົາຫຼີ ແລະ ບັນດາບັນຫາອື່ນໆ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ