(vovworld) – ສະພາທີ່ປຶກສາຫົວໜ້າທະຫານປະສົມສ.ເກົາຫຼີ (JSC) ໄດ້ແຈ້ງວ່າ, ໃນເວລາ 5 ໂມງ 20 ນາທີ, ວັນທີ 10/03 (ຕາມເວລາທ້ອງຖິ່ນ), ສປປ.ເກົາຫຼີ ໄດ້ຍິງລູກສອນໄຟ 2 ລູກ ໄປສູ່ທະເລທາງທິດຕາເວັນອອກຂອງປະເທດນີ້. JSC ໃຫ້ຂໍ້ສັງເກດວ່າ ນີ້ແມ່ນລູກສອນໄຟ Scud 2 ລູກ ແລະ ບິນໄດ້ປະມານ 500 ກ.ມ ກ່ອນທີ່ຕົກລົງເຂດທະເລທ່າກ່ຳປັ່ນ Wosan, ຂຶ້ນກັບທະເລຍີ່ປຸ່ນ.
ຕໍ່ໜ້າການກະທຳຂອງສປປ.ເກົາຫຼີ, ວັນທີ 10/03, ລັດຖະບານຍີ່ປຸ່ນ ໄດ້ສົ່ງຈົດໝາຍທາງການຄັດຄ້ານສປປ.ເກົາຫຼີ ຜ່ານສະຖານທູດຂອງປະເທດນີ້ທີ່ປະຈຳຢູ່ ປັກກິງ. ແລະກໍໃນວັນດຽວກັນ, ທີ່ກອງປະຊຸມດ່ວນກັບບັນດາເຈົ້າໜ້າທີ່ຂັ້ງສູງຢູ່ຫ້ອງວ່າການລັດຖະບານຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໄດ້ຄັດຄ້ານບັນດາການກະທຳຂອງພຽງຢາງ ແລະ ທ່ານກໍໃຫ້ຮູ້ວ່າ, ເຖິງວ່າລູກສອນໄຟບໍ່ກໍໃຫ້ເກີດຄວາມເສຍຫາຍໃດສຳລັບເຮືອບິນ ແລະ ກ່ຳປັ່ນໃນພາກພື້ນກໍ່ຕາມ, ແຕ່ການຍິງລູກສອນໄຟນີ້ໄດ້ລະເມີດບັນດາມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກໍຄືນາບຂູ່ເຖິງຄວາມປອດໄພໃນການເດີິນທະເລ ແລະ ການບິນໃນພາກພື້ນ.