ເຂດອຸດສາຫະກຳ Keasong
(ພາບ: hanoimoi.com.vn)
(vovworld)- ວັນທີ 8/4, ສຳນັກຂ່າວສານສູນກາງເກົາຫຼີ KCNA ໄດ້ຄັດສະເໜີຄຳຖະແຫຼງຂອງທ່ານ Kim Yang Gon ເລຂາສູນກາງພັກແຮງງານເກົາຫຼີ, ໃນນັ້ນແຈ້ງໃຫ້ຊາບວ່າພຽງຢາງ ຈະຖອນກຳມະກອນທັງໝົດຂອງປະເທດນີ້ ອອກຈາກເຂດອຸດສາຫະກຳລວມ Keasong. ຄຳປະກາດຊີ້ແຈງວ່າ: ເຂດອຸດສາຫະກຳລວມ Keasong ຈະຢຸດຕິການເຄື່ອນໄຫວໂດຍຊົ່ວຄາວ. ໃນວັນດຽວກັນ, ກະຊວງປ້ອງກັນປະເທດ ສເກົາຫຼີ ຢືນຢັນວ່າ: ບໍ່ມີສັນຍານໃໝ່ສະແດງໃຫ້ເຫັນວ່າ ສປປເກົາຫຼີ ພວມກະກຽມການຍິງທົດລອງນິວເຄຼຍຄັ້ງທີ 4.
ກ່ຽວຂ້ອງເຖິງສປປເກົາຫຼີ ຍັງມີຂ່າວວ່າ: ວັນທີ 8/4, ກ່າວຄຳເຫັນກັບວົງການນັກຂ່າວ, ທ່ານບານກີມູນ, ເລຂາທິການໃຫ່ຍ ສປຊ ໄດ້ຊຸກຍູ້ພຽງຢາງ ຈົ່ງລະງັບ “ທຸກໆການກະທຳທີ່ພາໃຫ້ເພີ່ມຄວາມເຄັ່ງຕຶງ“. ໃນຂະນະນັ້ນ, ທ່ານປະທານາທິບໍດີລັດເຊຍ V.Putin ໄດ້ຊົມເຊີຍຂໍ້ຕົກລົງຂອງອາເມລິກາ ຢຸດຕິການຍິງທົດລອງລູກສອນໄຟນຳວິຖີ ເພື່ອແນໃສ່ຫລີກເວັ້ນບໍ່ໃຫ້ຄວາມເຄັ່ງຕຶງກັບ ສປປ ເກົາຫຼີ ນັບມື້ນັບເພີ່ມຂຶ້ນ.