ສປປ.ເກົາຫຼີຢືນຢັນສືບຕໍ່ໂຄງການຍິງດາວທຽມ

ສປປ.ເກົາຫຼີຢືນຢັນສືບຕໍ່ໂຄງການຍິງດາວທຽມ - ảnh 1
(ພາບ​ປະ​ກອບ: EPA/TTXVN)

(vovworld) - ​​​ ສ​ປ​ປ.ເກົາ​ຫຼີ ຖະ​ແຫຼງວ່າ​ຈະ​ສືບ​ຕໍ່​ຍິງ​ດາງ​ທຽ​ມ​ຂຶ້ນ​ອາ​ວະ​ກາດ ຕາມ​​ໂຄງ​ການ​ແຫ່ງ​ຊາດ​ພັດ​ທະ​ນາ​ອ​າ​ວະ​ກາດ​ຂອງ​ຕົນ. ນຳ​ນັກ​ຂ່າວ​ສານ​ສູນ​ກາງ​ສ​ປ​ປ.ເກົ​າ​ຫຼີ (KCNA) ໄດ້​ຄັດ​ສະ​ເໜີ​ຄຳ​ຖະ​ແຫຼງ​ໃນ​ວັນ​ທີ 20/10 ຂອງ​ໂຄ​ສົກ​ອົງ​ການ​ຈັກະ​ວານ​ແຫ່ງ​ຊາດ​ຂອງ​ສ​ປ​ປ.ເກົາ​ຫຼີ ໂດຍເນັ້ນ​ໜັກ​ວ່າ, ເລື່ອງ ສ​ປ​ປ.ເກົາ​ຫຼີ ຍິງ​ດາວ​ທຽ​ມ ແລະ ສິດ​ນຳ​ໃຊ້​ອາ​ວະ​ກາດ​ເພື່ອ​ຈຸດ​ໝາຍ​ສັນ​ຕິ​ພາບ​ແມ່ນ “ຖືກ​​ຕ້ອງຕາມ​ກົດ​ໝາຍ”. ໂຄ​ສົກ​ຜູ້ນີ້ກໍ່​ປະ​ຕິ​ເສດ​ຄຳກ່າວ​ໂທດ​ຂອງ​ສ​.ເກົາ​ຫຼີ ກ່ອນນັ້ນ​​ທີ່ຖື​ວ່າ ຄວາມ​ຈ​ິງ​ເລື່ອງ​ຍິງ​ດາວ​ທຽມ​ຂອງ​ພຽງ​ຢາງ ບໍ່​​ແມ່ນ​ເພື່ອ​ຈຸດ​ປະ​ສົງ​ໝາຍ​ສັນ​ຕິ​ພາບ. ເຈົ້າ​ໜ້າ​ທີ່​ຜູ້ນີ້​ໃຫ້​ຮູ້​ຕື່ມ​ອີກວ່າ, ສ​ປ​ປ.ເກົາ​ຫຼີ ຈະ​ສືບ​ຕໍ່​ຍິງ​ດາວ​ທຽ​ມ Juche.

        ກະ​ຊວງ​ການ​ຕ່າງ​ປະ​ເທດ​ສ.ເກົາ​ຫຼີ ຢືນ​ຢັນ​ວ່າ, ​ເຫດ​ຍິງ​ດາວ​ທຽມ​ນີ້​ໄດ້​ລະ​ເມີດ​ບັນ​ດາ​ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ແລະ ​ເປັນໄພ​ນາບ​ຂູ່​​ຢ່າງ​ຮ້າຍ​ແຮງ​ສຳ​ລັບ​ສັ​ນ​ຕິ​ພາບ ແລະ ຄວາມ​ປອດ​ໄພ​ໃນ​ແຫຼມ​ເກົາ​ຫຼີ.


ຂ່າວ/ບົດ​ອື່ນ