ສ​ປ​ປ.ເກົາຫຼີ​ສະ​ເໜີ​​ວັນ​ເວ​ລາ​ເຈ​ລະ​ຈາ​ກັບ​ອາ​ເມ​ລິ​ກາ

(VOVWORLD) -ວັນທີ 9 ກັນຍາ, ທ່ານນາງ ຮອງລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ Choe Son-hui ໃຫ້ຮູ້ວ່າ ພຽງຢາງພ້ອມແລ້ວທີ່ຈະເຊື່ອມຕໍ່ການເຈລະຈາການປອດນິວເຄຼຍກັບອາເມລິກາຄືນໃໝ່ໃນທ້າຍເດືອນ ກັນຍາ.
ສ​ປ​ປ.ເກົາຫຼີ​ສະ​ເໜີ​​ວັນ​ເວ​ລາ​ເຈ​ລະ​ຈາ​ກັບ​ອາ​ເມ​ລິ​ກາ - ảnh 1ທ່ານນາງ ຮອງລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ Choe Son-hui ກ່າວຄຳເຫັນທີ່ການຖະແໍຫຼງຂ່າວ (ພາບ: TTXVN) 

ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ໄດ້ຄັດສະເໜີຄຳຖະແຫຼງຂອງທ່ານນາງ Choe Son-hui ໃຫ້ຮູ້ວ່າ: ທ່ານນາງໄດ້ເອົາໃຈໃສ່ເຖິງບັນດາຄຳຮຽກຮ້ອງໃນການເຈລະຈາຢ່າງລຽນຕິດຈາກອາເມລິກາ. ທ່ານນາງຮອງລັດຖະມົນຕີການຕ່າງປະເທດຊີ້ແຈ້ງວ່າ “ພວກຂ້າພະເຈົ້າພ້ອມແລ້ວທີ່ຈະເຈລະຈາກ່ຽວກັບທຸກໆບັນຫາຢ່າງຮອບດ້ານເຊິ່ງພວກຂ້າພະເຈົ້າໄດ້ປຶກສາຫາລືມາຮອດປັດຈຸບັນກັບອາເມລິກາ ໃນວັນເວລາ ແລະ ສະຖານທີ່ທີ່ໄດ້ເຫັນດີເປັນເອກະພາບໃນທ້າຍເດືອນກັນຍາ.”

ກ່ອນໜ້ານັ້ນ, ໃນວັນທີ 31 ສິງຫາ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ຖະແຫຼງວ່າ ປະເທດນີ້ພ້ອມແລ້ວທີ່ຈະເຈລະຈາກັບ ສປປ.ເກົາຫຼີ, ພາຍຫຼັງພຽງຢາງກ່າວເຕືອນວ່າ ບັນດາຄວາມມຸ່ງມາດປາດຖະໜາໃນການເຈລະຈາກັບ ວໍຊິງຕັນ ພວມຄ່ອຍໆຫາຍໄປ, ພ້ອມທັງນາບຂູ່ວ່າຈະຖອນບັນດາມາດຕະການປອດນິວເຄຼຍຄືນ.

ຕອບກັບ

ຂ່າວ/ບົດ​ອື່ນ