ພາບປະກອບ
|
(vovworld) – ວັນທີ 15/6, ສປປ ເກົາຫຼີ ຖະແຫຼງວ່າໄດ້ກຽມພ້ອມເຈລະຈາກັບ ສ ເກົາຫຼີ ເພື່ອແນໃສ່ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມປອງດອງລະຫວ່າງ 2 ຝ່າຍ, ພ້ອມທັງຮຽກຮ້ອງໃຫ້ ສ. ເກົາຫຼີ ປະຕິບັດບັນດາຖະແຫຼງການຮ່ວມໂດຍການນຳ 2 ປະເທດເຫັນດີເປັນເອກະສັນ. ຖະແຫຼງການຂອງພຽງຢາງ ໂດຍສຳນັກຂ່າວສານສູນກາງ ສປປ ເກົາຫຼີ (KCNA) ປະກາດ, ຖືວ່າ ຖ້າຫາກມີຄວາມເຊື່ອໝັ້ນ ແລະ ປອງດອງໄດ້ຮັບການສ້າງຕັ້ງ ແລະ ເຊີອູນ ຢຸດຕິບັນດາການກະທຳເກາະຜິດ ພຽງຢາງ, ລົບລ້າງບັນດາປັດໄຈກໍ່ຄວາມກີດຂວາງໃຫ້ແກ່ເລື່ອງສຳພັດ ແລະ ແລກປ່ຽນຂໍ້ມູນຂ່າວສານລະຫວ່າງ 2 ພາກ, 2 ພາກເກົາຫຼີ ຈະຈັດຕັ້ງການໂອ້ລົມສົນທະນາ ແລະ ເຈລະຈານຳກັນ. ສປປ ເກົາຫຼີ ກໍ່ຮຽກຮ້ອງໃຫ້ ສ ເກົາຫຼີ ຢຸດຕິບັນດາການຊ້ອມຮົບຮ່ວມກັບ ອາເມລິກາ ແລະ ຖືວ່າ: ການພົວພັນລະຫວ່າງ 2 ພາກເກົາຫຼີ ບໍ່ສາມາດໄດ້ຮັບການປັບປຸງ ກໍ່ຄືໄພນາບຂູ່ຈາກສົງຄາມນິວເຄຼຍທີ່ບໍ່ສາມາດແກ້ໄຂໄດ້ ຖ້າຫາກບັນດາການຊ້ອມຮົບຄືແນວນັ້ນ ແລະ ການກະທຳເກາະຜິດຍັງຄົງສືບຕໍ່ເກີດຂຶ້ນ.