ສປປ.ເກົາຫຼີຮຽກຮ້ອງສ.ເກົາຫຼີຍຸບເລີກການຊ້ອມຮົບຮ່ວມກັບອາເມລິກາ
ຄາດວ່າຈຸດເວລາເລີ່ມປະຕິບັດການຊ້ອມຮົບຮ່ວມ ອາເມລິກາ - ສ ເກົາຫຼີ ຄາດວ່າຈະກົງກັບເວລາຈັດຕັ້ງການເຕົ້າໂຮມ
(ພາບປະກອບຈາກAFP/ TTXVN)
(vovworld) – ສປປ ເກົາຫຼີ ຮຽກຮ້ອງ ສ.ເກົາຫຼີ ຍຸບເລີກການຊ້ອມຮົບຮ່ວມກັບອາເມລິກາ. ການຊ້ອມຮັບຮ່ວມຕາມແຜນການໄດ້ເລີ່ມດຳເນີນແຕ່ທ້າຍເດືອນນີ້ ແລະ ແກ່ຍາວຮອດເດືອນ 4. ສຳນັກຂ່າວສານສູນກາງ ສປປ ເກົາຫຼີ (KCNA) ໄດ້ຄັດສະເໜີຄຳຖະແຫຼງຂອງຄະນະກຳມະການປ້ອງກັນປະເທດ ສປປ ເກົາຫຼີ ໂດຍຖືວ່າ: ການໂອ້ລົມສົນທະນາ ແລະ “ການຊ້ອມຮົບສົງຄາມຮຸກຮານ” ບໍ່ສາມາດໄປຄຽງຄູ່ນຳກັນໄດ້. ຄະນະກຳມະການດັ່ງກ່າວກໍ່ໄດ້ຄັດສະເໜີບົດໜັງສືພິມຈຳນວນໜຶ່ງຂອງສື່ມວນຊົນ ສ ເກົາຫຼີ ກ່ຽວກັບການຢ້ຽມຢາມສູນເບິ່ງແຍງດູແລເດັກຂອງຜູ້ນຳ ສປປ ເກົາຫຼີ Kim Jong –un ແລະ ຖະແຫຼງວ່າ ພຽງຢ່າງອາດສາມາດພິຈາລະນະຄືນການປະຕິບັດຂໍ້ຕົກລົງຈັດຕັ້ງການເຕົ້າໂຮມບັນດາຄອບຄົວທີ່ຖືກພັດພາກຈາກກັນ ຖ້າຫາກຝ່າຍ ສ ເກົາຫຼີ “ສືບຕໍ່ໝີ່ນປະໝາດຜູ້ນຳສູງສຸດຂອງ ສປປ ເກົາຫຼີ”.
ຖະແຫຼງການດັ່ງກ່າວໄດ້ຍົກອອກມາພາຍຫຼັງ ສປປ ເກົາຫຼີ ເຫັນດີເປັນເອກະສັນຈັດຕັ້ງການເຕົ້າໂຮມບັນດາຄອບຄົວທີ່ຖືກພັດພາກຈາກກັນໃນສົງຄາມ ເກົາຫຼີ 1950 – 1953 ແຕ່ວັນທີ 20 – 25/2 ຈະມາເຖິງຢູ່ເຂດທ່ອງທ່ຽວພູ Kumgang. ເຖິງຢ່າງໃດກໍ່ຕາມ, ຄາດວ່າຈຸດເວລາເລີ່ມປະຕິບັດການຊ້ອມຮົບຮ່ວມ ອາເມລິກາ - ສ ເກົາຫຼີ ຄາດວ່າຈະກົງກັບເວລາຈັດຕັ້ງການເຕົ້າໂຮມ. ຕໍ່ໜ້າການກະທຳດັ່ງກ່າວຂອງ ພຽງຢາງ, ສ ເກົາຫຼີ ກໍ່ສະແດງຄວາມເສຍດາຍກ່ຽວກັບເລື່ອງ ສປປ ເກົາຫຼີ ຖືບັນຫາເຕົ້າໂຮມບັນດາຄອບຄົວທີ່ຖືກພັດພາກຈາກກັນຕິດພັນກັບບັນຫາການທະຫານ.