ສປປເກົາຫຼີ ກ່າວເຕືອນຈະຕີໂຕ້ຕອບການຊ້ອມຮົບຮ່ວມຕ່າງໆລະຫວ່າງ ສ.ເກົາຫຼີ ແລະ ອາເມລິກາ

ສປປເກົາຫຼີ ກ່າວເຕືອນຈະຕີໂຕ້ຕອບການຊ້ອມຮົບຮ່ວມຕ່າງໆລະຫວ່າງ ສ.ເກົາຫຼີ ແລະ ອາເມລິກາ - ảnh 1
( ກຳ່​ປັ່ນດຳ​ນ້ຳຂອງ ສປປ.ເກົາຫຼີ )
( vovworld ) -   ຕາມນັກ​ຂ່າວຂ່າວສານ​ຫວຽດນາມ ປະຈຳ Seoul ​ແລ້ວ, ວັນ​ທີ 19/2 ສປປ.ເກົາຫຼີ ​ໄດ້​ອອກສຽງ​ກ່າວເຕືອນຈະໂຕ້​ຕອບ​ທຸກການ​ກະທຳ​ທີ່​ແນ​ໃສ່​ຕ້ານຄືນປະ​ເທດ​ນີ້ໃນ​ການ​ຊ້ອມ​ຮົບ​ຮ່ວມ​ຂອງ​ກອງທັບ​ເຮືອສ.​ເກົາຫຼີ ​ແລະ ອາ​ເມ​ລິ​ກາ ​ທີ່​ຈະ​ດຳ​ເນີນ​ໃນ​ຕົ້ນ​ອາທິດ​ທີ່​ຈະ​ມາ​ເຖິງ​ຢູ່​ເຂດນ່ານ​ນ້ຳ​ທະ​ເລ​ທາງທິດຕາ​ເວັນ​ຕົກ. ສຳນັກ​ຂ່າວ​ສານສູນ​ກາງ​ສປປ.​ເກົາຫຼີ  KCNA ​ໄດ້​ກ່າວປະນາມການ​ຊ້ອມ​ຮົບ​ຮ່ວມນີ້​ວ່າແມ່ນ “ ການ​ກະທຳທ້າ​ທ້າຍດ້ານ​ການ​ທະ​ການ​​ເຊິ່ງປະຕິບັດ​ຕາມ​ແຜນການ​ທີ່​ໄດ້​ວາງ​ອອກ ” ​ແນ​ໃສ່​ຕ້ານສປປ.​ເກົາຫຼີ ​ແລະ ​​ຖະ​ແໜງວ່າ ທະຫານ​ປະ​ເທດ​ນີ້​ຈະກຽມພ້ອມ​ “ໂຕ້​ຕອບ​ຢ່າງ​​ເດັດຂາດ”. ຕາມ​ແຜນການ​ແລ້ວ, ສ.​ເກົາຫຼີ ​ແລະ ອາ​ເມ​ລິ​ກາ ຈະ​ດຳ​ເນີນ​ການ​ຊ້ອມ​ຮົບຮ່ວມດ້ານ​ທະຫານ​ເຮືອ​​​ເຊິ່ງແກ່ຍາວ​ໃນ​ເວລາ 5 ວັນ, ​ເພື່ອ​ຕ້ານ​ກຳ່​ປັ່ນດຳ​ນ້ຳຂອງ ສປປ.ເກົາຫຼີ ​ແຕ່​ວັນ​ທີ 20 ຫາ​ວັນ​ທີ 24/2 ຢູ່​ທະ​ເລ​ເຫຼືອງ.
ຂ່າວ/ບົດ​ອື່ນ