ການນຳສປປ.ເກົາຫຼີ
Kim Jong – un
(ພາບອີນເຕີແນດ)
(vovworld) - ໜັງສື່ພິມລັດເຊຍ ໃຫ້ຂ່າວວ່າ, ວັນທີ 31/01, ສປປ.ເກົາຫຼີ ໄດ້ປະກາດກົດໝາຍວ່າດ້ວຍສະພາບການສົງຄາມ ແລະ ການນຳ Kim Jong – un ໄດ້ອອກຄຳສັ່ງໃຫ້ກອງທັບປະເທດນີ້ຕ້ອງຢູ່ໃນທ່າ “ກ່ຽມພ້ອມສູ້ຮົບ”. ການນຳ ສປປ.ເກົາຫຼີ ໄດ້ອອກລັດຖະດຳລັດຫຼາຍສະບັບສຳລັບຈອມພົນ, ຮອງຈອມພົນ ແລະ ບັນດານາຍພົນຂັ້ນສູງໃນກອງທັບສປປ.ເກົາຫຼີ ໃນວັນທີ 26/01 ທີ່ຮຽກຮ້ອງໃຫ້ກອງທັບປະເທດນີ້ ຕ້ອງກຽມພ້ອມສູ້ຮົບ, ກ່ອນທີ່ປະເທດນີ້ດຳເນີນການທົດລອງນິວເຄຼຍຄັ້ງໃໝ່.
ບັນດານັກໄຈ້ແຍກອາວຸດນິວເຄຼຍ ໃຫ້ຂໍ້ສັງເກດວ່າ, ການທົດລອງນິວເຄຼຍຂອງພຽງຢາງ ອາດຈະດຳເນີນໃນວັນທີ 16/02, ກົງກັບວັນຄ້າຍວັນເກີດຂອງອະດີດການນຳ ສປປ.ເກົາຫຼີ Kim Jong – Il, ຫຼື ໃນວັນທີ 25/02, ກົງກັບວັນຮັບດຳລົງຕຳແໜ່ງຂອງປະທານນາທິບໍດີ ສ.ເກົາຫຼີ ຄົນໃໝ່ທ່ານ Park Geun – hye.