(VOVWORLD) -ບຸກຄົນທີ່ບຸກເຂົ້າສໍານັກງານສະຖານທູດ ສປປ.ເກົາຫຼີນັ້ນ ຢາກຊອກຮູ້ຂໍ້ມູນຂ່າວທີ່ກ່ຽວຂ້ອງເຖິງທ່ານ Kim Hyok-chol.
ວັນທີ 31 ມີນາ, ສໍານັກຂ່າວສານ KCNA ຂອງ ສປປ.ເກົາຫຼີ ໃຫ້ຮູ້ວ່່າ ພຽງຢາງ ຮຽກຮ້ອງໃຫ້ດໍາເນີນການສືບສວນເຫດບຸກໂຈມຕີເຂົ້າສະຖານທູດຂອງສປປ.ເກົາຫຼີ ປະຈໍານະຄອນຫຼວງ Madrid ຂອງ ແອັດສະປາຍ ເຊິ່ງເກີດຂຶ້ນໃນເດືອນກຸມພາຜ່ານມາ, ກໍລະນີດັ່ງກ່າວ ໄດ້ຮັບຖືວ່າ ແມ່ນພວກຕ້ານຄືນ ສປປ.ເກົາຫຼີ ປະຕິບັດ.
ສະຖານທູດຂອງສປປ.ເກົາຫຼີ ປະຈໍານະຄອນຫຼວງ Madrid (ພາບ:TTXVN) |
ກ່ອນໜ້ານັ້ນ, ວັນທີ 13 ມີນາ, ໜັງສືພິມລາຍວັນ El Pais ຂອງແອັດສະປາຍ ໃຫ້ຂ່າວວ່າ ມີຢ່າງໜ້ອຍ 2 ຄົນ ໃນຈໍານວນ 10 ຄົນບຸກເຂົ້າສະຖານທູດ ສປປ.ເກົາຫຼີ ປະຈໍານະຄອນຫຼວງ Madrid ແມ່ນກ່ຽວຂ້ອງເຖິງອົງການສືບລາຊະການລັບສູນກາງ ອາເມລິກາ (CIA).
ກໍລະນີດັ່ງກ່າວ ເກີດຂຶ້ນໃນວັນທີ 22 ກຸມພາ, ກ່ອນວັນດໍາເນີນກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຢູ່ຮ່າໂນ້ຍ ພຽງ 5 ວັນ. ໃນກອງປະຊຸມນີ້ ມີການເຂົ້າຮ່ວມຂອງທ່ານ Kim Hyok-chol ອະດີດເອກອັກຄະລັດຖະທູດ ສປປ.ເກົາຫຼີ ປະຈໍາ ແອັດສະປາຍ. ບຸກຄົນທີ່ບຸກເຂົ້າສໍານັກງານສະຖານທູດ ສປປ.ເກົາຫຼີນັ້ນ ຢາກຊອກຮູ້ຂໍ້ມູນຂ່າວທີ່ກ່ຽວຂ້ອງເຖິງທ່ານ Kim Hyok-chol. ເຂົາເຈົ້າໄດ້ບຸກເຂົ້າສະຖານທູດດ້ວຍປືນປອມ ແລະ ຄອບງໍາບັນດາພາລະກອນຂອງສະຖານທູດ.