ສປປ ເກົາຫລີ ຈັດຕັ້ງພິທີໄຫວ້ອາໄລ ປະທານ Kim Jong Il.

ວັນ​ທີ 29/12 ສປປ ​ເກົາຫລີ ​ໄດ້​ດຳ​ເນີນ​ພິທີ​ໄຫວ້​ອາ​ໄລ​ລະດັບ​ຊາດ​ສຳລັບ​ປະທານ Kim Jong Il. ​ໂທລະ​ພາບ ສປປ ​ເກົາຫລີ ​ໄດ້​ແຜ່​ພາບ​ກ່ຽວ​ກັບ​ການ​ເດີນ​ແຫ່​ຂະ​ບວນຂອບ​ຂະຫນາດ​ໃຫຍ່​ຂອງ​ກອງທັບ​ປະ​ເທດ​ນີ້ ຢູ່ ນະຄອນຫລວງ ພຽງ​ຢາງ ​ແລະ ປະຊາຊົນ​ນັບ​ລ້ານ​ຄົນ​ໄດ້​ສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈ ​ຢ່າງ​ສຸດ​ຊິ້ງ. ສຳນັກ​ຂ່າວສານ ສູນ​ກາງ ສປປ ​ເກົາຫລີ KCNA ​ໄດ້​ໃຫ້​ຂ່າວ​ວ່າ: ທ່ານ Kim Yong Nam ຮອງ​ປະທານ​ຄະນະ​ພັກ​​ແຮງ​ງານສູນ​ກາງ​ແຫ່ງ​ກອງທັບ​ ສປປ ​ເກົາ​ຫລີ ​ໄດ້​ອ່ານ​ບົດ​ສະດຸ​ດີ. ​ໃນ​ວັນ​ໄຫວ້ອາ​ໄລສຸດ​ທ້າຍ​ ຢູ່ ນະຄອນຫລວງ ພຽງ​ຢາງ ​ແລະ ​ແຂວງ, ນະຄອນ​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ ສປປ ​ເກົາຫລີ ​ໄດ້​ຍິງ​ປືນ​ໃຫຍ່​ເປັນ​ຫລາຍ​ຄັ້ງ, ປະຊາຊົນ​ທັງ​ໝົດ​ສະຫງວນ​ເວລາ 3 ນາທີ​ເພື່ອ​ໄຫວ້​ອາ​ໄລ ​ໃນ​ຕອນ​ສວຍ ​ແລະ ບັນດາ​ພາຫະນະ​ການ​ຂົນ​ສົ່ງ ຈະ​ພ້ອມ​ກັນບິ​ບ​ແກໃນ​ຈຸດ​ເວລາ​ນັ້ນ. ສາກ​ສົບ​ຂອງ​ອະ​ດິດຜູ້ນຳ​ທ່ານນີ້ ຈະ​ສົ່ງ​ເຖິງ​ສຸສານ Kumsusan ບ່ອນ​ຕັ້ງ​ສາກ​ສົບບີ​ດາ​ຂອງ​ເພີ່ນ​ແມ່ນ ອະ​ດິດ ປະທານ Kim Il Sung .

ຕອບກັບ

ຂ່າວ/ບົດ​ອື່ນ