ສປປ. ເກົາຫລີ ຮັບຮອງເອົາກົດໝາຍວ່າດ້ວຍ ອາວຸດນິວເຄຼຍ ສະບັບໃຫມ່

(VOVWORLD) -ກົດໝາຍສະບັບໃຫມ່ນີ້ ໄດ້ມອບ ໃຫ້ປະທານ Kim Jong-un ມີສິດຫນຶ່ງດຽວເພື່ອອອກຄຳສັ່ງນຳໃຊ້ ອາວຸດນິວເຄຼຍ 
ສປປ. ເກົາຫລີ ຮັບຮອງເອົາກົດໝາຍວ່າດ້ວຍ ອາວຸດນິວເຄຼຍ ສະບັບໃຫມ່ - ảnh 1ສະພາແຫ່ງຊາດ ສປປ ເກົາຫລີ ຊົມເຊີຍ ເມື່ອກົດໝາຍສະບັບໃຫມ່ໄດ້ຮັບຮອງເອົາ. ພາບ:KCNA 

ຕາມບັນດາພາຫະນະສື່ມວນຊົນ ສປປ. ເກົາຫລີ ແລ້ວ, ວັນທີ 9 ກັນຍາ, ສປປ.ເກົາຫລີ ຮັບຮອງເອົາກົດໝາຍກ່ຽວກັບສິດນຳໃຊ້ບັ້ນບຸກໂຈມຕີດ້ວຍນິວເຄຼຍ ເພື່ອປົກປັກຮັກສາປະເທດຊາດ. ກົດໝາຍສະບັບໃຫມ່ນີ້ ໄດ້ມອບ ໃຫ້ປະທານ Kim Jong-un ມີສິດຫນຶ່ງດຽວເພື່ອອອກຄຳສັ່ງນຳໃຊ້ ອາວຸດນິວເຄຼຍ ແຕ່ປະເທດນີ້ ອາດຈະໂຕ້ຕອບດ້ວຍຕົນເອງ ຖ້າຫາກຖືກບຸກໂຈມຕີນິວເຄຼຍ.

 ກົດໝາຍສະບັບໃຫມ່ ຊີ້ແຈ້ງວ່າ ເວລາໃດອາວຸດນິວເຄຼຍ ສາມາດໄດ້ນຳໃຊ້ ລວມທັງເລື່ອງ ແນໃສ່ໂຕ້ຕອບການບຸກໂຈມຕີ ຫລື ສະກັດກັ້ນການຮຸກຮານ.ກົດໝາຍນີ້ ກໍ່ອະນຸຍາດໃຫ້ບຸກໂຈມຕີນິວເຄຼຍ ຖ້າຫາກພົບເຫັນອາດຈະເກີດການບຸກໂຈມຕີດ້ວຍ ອາວຸດລ້າງຜານ ຫລື ເລັ່ງໃສ່ບັນດາເປົ້າໝາຍຍຸດທະສາດຂອງປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ