(vovworld) - ວັນທີ 14/06, ສື່ມວນຊົນທ້ອງຖິ່ນຊີຣີ ໄດ້ຄັດແຫຼ່ງຂ່າວທີ່ໃກ້ຊິດກັບອົງການ ລັດອິດສະລາມ (IS) ອ້າງຊື່ເອງ ໂດຍຢືນຢັນວ່າ, ຫົວໂປຂອງອົງການກໍ່ການຮ້າຍນີ້ແມ່ນ Abu Bakr al Baghdadi ໄດ້ເສຍຊີວິດ, ແຕ່ບໍ່ໃຫ້ຂ່າວລະອຽດ. ໃນຂະນະນັ້ນ, ມີບາງຂ່າວອື່ນໃຫ້ຮູ້ວ່າ al Baghdadi ຖືກດັບສູນໃນບັ້ນຮົບບຸກໂຈມຕີທາງອາກາດຂອງອາເມລິກາ ຢູ່ຊີຣີ.
ກ່ອນໜ້ານັ້ນ, ວັນທີ 10/06, ຜ່ານມາ, ຊ່ອງໂທລະພາບ Al Sumariya ຂອງອີຣັກ ໄດ້ຄັດບັນດາແຫຼ່ງຂ່າວຢູ່ແຂວງ Ninveveh ໃຫ້ຮູ້ວ່າ al Baghdadi ພ້ອມກັບຫົວໂປຂັ້ນສູງຫຼາຍຄົນຂອງ IS ຖືກຮັບບາດເຈັບໃນຄ່ຳຄືນວັນທີ 09/06, ເມື່ອບັນດາເຮືອບິນໄດ້ບຸກໂຈມຕີໃສ່ເຂດໃກ້ກັບຊາຍແດນລະຫວ່າງຊີຣີ - ອີຣັກ. ແຕ່ວ່າ, ສຳພັນທະມິດຕ້ານກໍ່ການຮ້າຍໂດຍອາເມລິກາ ນຳໜ້າ ໃຫ້ຮູ້ວ່າ, ຍັງບໍ່ທັນຢັ້ງຢັນຂໍ້ມູນຂ່າວດັ່ງກ່າວເທື່ອ ແລະ ກໍ່ບໍ່ປະຕິເສດໄດ້ດຳເນີນບັນດາການບຸກໂຈມຕີໃນຈຸດເວລາ ແລະ ສະຖານທີ່ດັ່ງກ່າວ.