(vovworld) - ວັນທີ 06/05, ມີສຳນັກຂ່າວສານໃຫຍ່ຫຼາຍແຫ່ງຂອງຍີ່ປຸ່ນ ຄື: NHK, Kyodo, Mainichi, Jiji… ໄດ້ໃຫ້ຂ່າວກ່ຽວກັບການຢ້ຽມຢາມຫວຽດນາມ ຂອງທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດຍີ່ປຸ່ນ Fumio Kishida.
ສຳນັກຂ່າວສານ Kyodo ໃຫ້ຮູ້ວ່າ, ເມື່ອເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານ Fumio Kishida ໄດ້ຈັດການປະຊຸມຂ່າວ ແຈ້ງໃຫ້ຊາບໝາກຜົນການພົບປະກັນການນຳຫວຽດນາມ. ກ່ຽວຂ້ອງເຖິງຄຳຖາມກ່ຽວກັບບັນຫາທະເລຕາເວັນອອກ ເຊິ່ງຈີນ ພວມເພີ່ມທະວີການເຄື່ອນໄຫວການທະຫານຢູ່ເຂດນີ້, ທ່ານ Fumio Kishida ເນັ້ນໜັກວ່າ “ພວກຂ້າພະເຈົ້າໄດ້ມີຄວາມຮັບຮູ້ລວມນຳກັນວ່າ ເລື່ອງເຮັດໃຫ້ປ່ຽນແປງສະພາບເດີມພຽງລຳພັງຝ່າຍດຽວຢູ່ເຂດທະເລຕາເວັນອອກ ແມ່ນການກະທຳທີ່ເປັນໜ້າວິຕົກກັງວົນຂອງທັງປະຊາຄົມສາກົນ ແລະ ການສົ່ງສານຮ່ວມຂອງອາຊຽນ ໄປຍັງທົ່ວໂລກກ່ຽວກັບບັນຫານີ້ມີຄວາມໝາຍສຳຄັນຍິ່ງ”.
ກ່ຽວຂ້ອງເຖິງເລື່ອງຍີ່ປຸ່ນ ເຊື້ອເຊີນທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມເປີດກວ້າງ G7 ເຊິ່ງໄດ້ຈັດຕັ້ງໃນລະຫວ່າງວັນທີ 26 – 27/05, ຢູ່ຍີ່ປຸ່ນ, ທ່ານ Fumio Kishida ຖືວ່າ, ນີ້ແມ່ນໂອກາດເພື່ອໃຫ້ຍີ່ປຸ່ນ ດ້ວຍຖານະເປັນປະທານ G7 ໄດ້ຮັບຟັງບັນດາຂໍ້ສະເໜີແນະ, ຄວາມປາດຖະໜາ ແລະ ບັນດາຂໍ້ສະເໜີທີ່ອາດຈະກາຍເປັນໂຄງການດຳເນີນງານທີ່ກອງປະຊຸມເປີດກວ້າງ G7 ຄັ້ງນີ້.
ສ່ວນສຳນັກຂ່າວສານ Jiji ໄດ້ໃຫ້ຂ່າວກ່ຽວກັບການເຈລະຈາລະຫວ່າງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ແລະ ທ່ານ Fumio Kishida, 2 ຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມືໃນບັນຫາຄວາມໝັ້ນຄົງໃນການເດີນທະເລ.