ສື່ມວນຊົນຍີ່ປຸ່ນໃຫ້ຂ່າວຢ່າງລະອຽດ
ກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ-ຍີ່ປຸ່ນ
(ພາບ:kienthuc.net.vn)
(vovworld) - ສື່ມວນຊົນຍີ່ປຸ່ນ ສະບັບອອກວັນທີ 16 ແລະ 17/9 ໄດ້ໃຫ້ຂ່າວກ່ຽວກັບການຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການຂອງ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ແລະ ຕີລາຄາສູງການພົວພັນຮ່ວມມືຫວຽດນາມ - ຍີ່ປຸ່ນ ໃນທຸກຂົງເຂດ. ດ້ວຍຫົວຂໍ່ວ່າ: “ຖະແຫຼງການຮ່ວມຫວຽດນາມ - ຍີ່ປຸ່ນ: ການຮ່ວມມືຢ່າງແໜ້ນແຟ້ນໃນຂົງເຂດເສດຖະກິດ ແລະ ຄວາມສະຫົງບປອດໄພບົນທະເລ“. ບົດຂຽນໃນໜັງສືພິມ “Sankei“ ເຊິ່ງແມ່ນໜັງສືພິມເສດຖະກິດລາຍວັນສຳຄັນຂອງຍີ່ປຸ່ນ, ເນັ້ນໜັກວ່າ, ຫວຽດນາມ ແລະ ຍີ່ປຸ່ນ ຈະເພີ່ມທະວີການພົວພັນຮ່ວມມືໃນບັນຫາປ້ອງກັນຄວາມສະຫງົບຢູ່ທະເລ, ກໍ່ຄືຍູ້ແຮງການຮ່ວມມືໃນການຮັບປະກັນຄວາມປອດໄພທາງເຄືອຂ່າຍອິນເຕີແນດ. ສຳລັບບັນຫາເສດຖະກິດ, ການນຳສອງປະເທດໃຫ້ຄຳໝັ້ນສັນຍາຍູ້ແຮງການຮ່ວມມືໃນບັນດາຂົງເຂດກະສິກຳ ແລະ ພະລັງງານ. ຕາມບົດລາຍງານດັ່ງກ່າວ, ສອງຝ່າຍຢັ້ງຢືນສົມທົບກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ປະຕິບັດສຳເລັດວິວັດການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຍຸດທະສາດຂ້າມປາຊີຟິກ (TPP).
ສ່ວນໜັງສືພິມລາຍວັນຕ່າງໆຂອງຍີ່ປຸ່ນເຊັ່ນ: “Mainichi“ “Yomiuri“… ກໍ່ໃຫ້ຂ່າວຢ່າງລະອຽດກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ - ຍີ່ປຸ່ນ ໃນຂົງເຂດປ້ອງກັນຄວາມສະຫງົບ ແລະ ເສດຖະກິດ. ສ່ວນໜັງສືພິມ “Japan Times“ ເປັນພາສາອັງກິດກໍ່ລົງພິມເນື້ອໃນການປະຊຸມຂ່າວລະຫວ່າງ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Abe ພາຍຫຼັງການເຈລະຈາສອງຝ່າຍທີ່ສຳນັກງານລັດຖະບານ.