(vovworld) - ກ່າວຄຳເຫັນທີ່ພິທີມອບລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 7 ແລະ ສະເຫຼມສະຫຼອງ 88 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ ຖືກຈັດຂຶ້ນໃນຕອນຄຳ່ວັນທີ 21/6 ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ຢືນຢັນວ່າ: ນັບແຕ່ວັນທີ 21/6/1925, ວັນຜູ້ນຳ ຫງວຽນອ໋າຍກວັກ ພິມຈຳໜ່າຍໜັງສືພິມແທງນຽນ (ຊາວໜຸ່ມ), ເຊິ່ງແມ່ນໜັງສືພິມສະບັບເລີ່ມຕົ້ນໃຫ້ແກ່ພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ, ມາຮອດປະຈຸບັນ, ກຳລັງສື່ມວນຊົນປະຕິວັດ ຫວຽດນາມ ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ປະກອບສ່ວນເໝາະສົມເຂົ້າໃນພາລະກິດປະຕິວັດອັນຍິ່ງໃຫຍ່ຂອງພັກ ແລະ ປະເທດຊາດ.
ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໂຄສະນາໃນສະພາບການໃໝ່, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຊີ້ແຈ້ງວ່າ ສື່ມວນຊົນຕ້ອງສືບຕໍ່ໂຄສະນາເລື່ອງປະຕິບັດບັນດາມະຕິຂອງພັກ, ຂອງສະພາແຫ່ງຊາດ, ບັນດາມາດຕະການຊີ້ນຳ, ບໍລິຫານຂອງລັດຖະບານ, ປ່ຽນໃໝ່ວຽກງານໂຄສະນາເຜິຍແຜ່ ແລະ ຍົກສູງເລື່ອງສືບຕໍ່ຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານ ໂຮ່ຈີມິນ ເປັນຢ່າງດີ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຊີ້ແຈ້ງວ່າ:
“ສື່ມວນຊົນຕ້ອງປະຕິບັດການຄົ້ນພົ້ນ ແລະ ຕຳນິວິຈານປະກົດການຫຍໍ້ທໍ້, ອາດຍາສິດສໍ້ລາດບັງຫຼວງ, ຟຸມເຟືອຍ ແລະ ບັນດາໄພສັງຄົມໃຫ້ດີກ່ວາອີກ, ຊັດເຈນກ່ວາອີກ, ປະກອບສ່ວນຕັ້ງໜ້າເຂົ້າໃນການສະກັດກັ້ນ ແລະ ຍູ້ໃຫ້ສະພາບການຊຸດໂຊມແນວຄິດການເມືອງ ແລະ ແບບແຜນການດຳລົງຊີວິດໃຫ້ຖອຍໄປ. ຍາມໃດສື່ມວນຊົນກໍ່ແມ່ນກຳລັງຫຼັກແຫຼ່ງ, ສຳຄັນໃນການຕໍ່ສູ້ຄັດຄ້ານບັນດາທັດສະນະ, ບັນດາຂໍ້ມູນຂ່າວທີ່ຜິດເຂວ, ຕູ່ຫາ, ເສກສັນປັ້ນແຕ່ງສະພາບການຕົວຈິງຂອງປະເທດຊາດ, ກໍ່ຄືບັນດາຂໍ້ມູນຂ່າວເຮັດໃຫ້ສະພາບການສັບສົນ ແລະ ບໍ່ມີຜົນປະໂຫຍດໃຫ້ແກ່ປະເທດຊາດ.”
ປີນີ້, ສະພາມອບລາງວັນສື່ມວນຊົນແຫ່ງຊາດ ປີ 2012 ໄດ້ມອບລາງວັນໃຫ້ 117 ບົດປະພັນດີເດັ່ນ. ໃນນັ້ນ VOV ມີ ບົດປະພັນ 2 ບົດໄດ້ຮັບລາງວັນ A.