ສື່ມວນຊົນຝລັ່ງໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມຫວຽດນາມ ຂອງນາຍົກລັດຖະມົນຕີຝລັ່ງ Edouard Philippe

(VOVWORLD) -ວັນທີ 02 ພະຈິກ, ສື່ມວນຊົນຝລັ່ງ ໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບມື້ເຮັດວຽກທຳອິດຂອງທ່ານນາຍົກລັດຖະມົນຕີປະເທດນີ້ Edouard Philippe ໃນຂອບເຂດການຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 02 – 04 ພະຈິກ, ໃນນັ້ນໄດ້ເນັ້ນໜັກເຖິງບັນດາສັນຍາເສດຖະກິດທີ່ໄດ້ຮັບການລົງນາມລະຫວ່າງວິສາຫະກິດຂອງ 2 ປະເທດ.
ສື່ມວນຊົນຝລັ່ງໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມຫວຽດນາມ ຂອງນາຍົກລັດຖະມົນຕີຝລັ່ງ Edouard Philippe - ảnh 1(ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ  ແລະ ທ່ານນາຍົກລັດຖະມົນຕີຝລັ່ງ Edouard Philippe)

ບັນດາໜັງສືພິມຄື: Le Figaro, la Croix, Ouest-France, Le Point… ແລະ ບັນດາຊ່ອງໂທລະພາບ France 24 ແລະ BFMTV ພ້ອມກັນໃຫ້ຂ່າວກ່ຽວກັບບັນດາສັນຍາຮ່ວມມືຫວຽດນາມ - ຝລັ່ງ ເຊິ່ງໄດ້ຮັບການລົງນາມໃນວັນທີ 02 ພະຈິກ, ລວມມູນຄ່າ 10 ຕື້ເອີໂລ.

        ໜັງສືພິມ Le Point ຕີລາຄາວ່າ, ຝລັ່ງ ຍັງບໍ່ທັນຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນຂອງຫວຽດນາມ ໄດ້ໝົດເທື່ອ. ປາຣີ ເນັ້ນໜັກເຖິງຄວາມປາດຖະໜາຢາກຍົກເລີກທຸກຮົ້ວກີດຂວາງເພື່ອເພີ່ມທະວີການພົວພັນກັບປະເທດອາຊີຕາເວັນອອກສ່ຽງໃຕ້ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ