ສື່ມວນຊົນຝະລັ່ງຕີລາຄາຕັ້ງຫນ້າການຢ້ຽມຢາມກູບາຂອງປະທານາທິບໍດີຝລັ່ງF.Hollande

ສື່ມວນຊົນຝະລັ່ງຕີລາຄາຕັ້ງຫນ້າການຢ້ຽມຢາມກູບາຂອງປະທານາທິບໍດີຝລັ່ງF.Hollande - ảnh 1
​ປະ​ທາ​ນາ​ທິບ​ໍ​ດີ Francois Hollande
ພາບ:vov

(vovworld)-  ພ​າຍ​ຫລັງ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Francois Hollande ເດີນ​ທາງ​ໄປ​ຢ້ຽມ​ຢາມ ລາ​ຮາ​ວານ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ກູ​ບາ, ສື່ມວ​ນ​ຊົນ ຝ​ລັ່ງ ລ້ວນ​ແຕ່​ໃຫ້​ຂ່າວ​ໃນ​ຫນ້າ​ທຳ​ອິດ ແລະ ມີ​ບົດ​ຂຽນ​ຫລາຍ​ບົດ​ຕີ​ລາ​ຄາ​ຢ່າງ​ຕັ້ງ​ຫນ້າ​ກ່ຽວ​ກັບ​ເຫດ​ການນີ້. ຫນັງ​ສື​ພິມ​ລາ​ຍວ​ັນ “Le Monde” ສະ​ບັບ​ອອກວັນ​ທີ 11/5 ດ້ວຍ​ຫົວ​ຂໍ້ “ການ​ຢ້ຽມ​ຢາມ ກູ​ບາ ຂອງ​ທ່ານ​ປະ​ທາ​ນາ​ທິບ​ໍ​ດີ Francois Hollande ກາຍ​ເປັນ​ເຈົ້າ​ຊີ​ວິດ​ຂອງ​ພື້ນ​ຖານ​​​ເສດ​ຖະ​ກິດ ແລະ ໃຫ້​ຮູ້​ວ່າ: ໃນ​ການ​ຢ້ຽມ​ຢາມ​ຂອງ​ທ່ານ Hollande ຈະ​ນຳ​ມາ​ໃຫ້​ປະ​ເທດ ຝ​ລັ່ງ ບັນ​ດາ​ສັນ​ຍາ​ສົ່ງ​ອອກ ດ້ວຍ​ມູນ​ຄ່າ​ໃຫຍ່. ໃນ​ຂະ​ນະ​ນັ້ນ ຫນັງ​ສື​ພິມ​ລາຍ​ວັນ “L’Huminite;” ເນັ້ນ​ຫນັກ​ວ່າ: ປະ​ທາ​ນາ​ທິ​ບໍ​ດີ Hollande ແມ່ນ​ປະ​ມຸກ​ລັດ​ຝ່າຍ​ຕາ​ເວັນ​ຕົກ​ທຳ​ອິດ ໄປ​ຢ້ຽມ​ຢາມ​ກູ​ບາ ຢ່າງ​ເປັນ​ທາງ​ການ.

ຂ່າວ/ບົດ​ອື່ນ