ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິງ ແລະ ບັນດາ
ນັກຂ່າວ ອາຊຽນ ແລະ ອາຊີຕາເວັນອອກ
(ພາບ: vietnam+)
(vovworld) – ວັນທີ 4/12, ຢູ່ ກົວລາລຳເປີ ປະເທດ ມາເລເຊຍ ໄດ້ດຳເນີນກອງປະຊຸມສຳມະນາໂຕະມົນນັກບັນນາທິການບັນດາປະເທດ ອາຊຽນ ແລະ ອາຊີຕາເວັນອອກ ກ່ຽວກັບວິໄສທັດປະຊາຄົມ ອາຊຽນ ພາຍຫລັງປີ 2015. ກອງປະຊຸມສຳມະນາ ມີ 4 ວາລະກອງປະຊຸມ, ລວມມີບັນດາວາລະທາບທາມຄຳເຫັນທີ່ກ່ຽວຂ້ອງເຖິງວິໄສທັດປະຊາຄົມ ອາຊຽນ ພາຍຫລັງປີ 2015, ສີສັນ ອາຊຽນ, ບົດບາດຂອງສື່ມວນຊົນໃນການຊຸກຍູ້ຄວາມສະຫງົບໃນບັນດາປະເທດສະມາຊິກ ອາຊຽນ ແລະ ອາຊີຕາເວັນອອກ ແລະ ວາລະເຈລະຈາກັບທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິງ.
ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິງ ຢືນຢັນວ່າ: ສື່ສານ ແລະ ສື່ມວນຊົນມີບົດບາດ ແລະ ຄວາມຮັບຜິດຊອບໃຫຍ່ໃນວຽກງານສື່ສານຂອງ ອາຊຽນ. ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິງ ໃຫ້ຮູ້ວ່າ: ທີ່ກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 27 ຜ່ານມາ, ການນຳບັນດາປະເທດ ອາຊຽນ ໄດ້ຮັບຮອງເອົາຖະແຫຼງການສ້າງຕັ້ງປະຊາຄົມ ອາຊຽນ ແລະ ປະຊາຄົມຈະໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 31/12/2015. ໂດຍໄດ້ຮັບຮູ້ເຖິງຄວາມສຳຄັນຂອງວຽກງານສື່ສານ, ອາຊຽນ ກຳນົດໜຶ່ງໃນບັນດາຈຸດສຸມບຸລິມະສິດໃນ 10 ປີຈະມາເຖິງ ແມ່ນເພີ່ມທະວີຄວາມເຂົ້າອົກເຂົ້າໃຈຂອງປະຊາຊົນກ່ຽວກັບປະຊາຄົມ ປີ 2016.